ສານສະແດງຄວາມເສົ້າ ສະຫຼົດໃຈ

ພະນະທ່ານ ສອນໄຊ ສີພັນດອນ ​ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ແອນໂທນີ້ ແອວບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ທີ່ ແຄນເບີຣາ ຊຶ່ງມີເນື້ອໃນວ່າ: ພະນະທ່ານ, ຂ້າ​ພະ​ເຈົ້າມີຄວາມສະເທືອນໃຈ ແລະ ເສົ້າໃຈເປັນຢ່າງຍິ່ງທີ່​ໄດ້​​ຊາບຂ່າວ​ກ່ຽວກັບເຫດການຍິງໂຈມຕີ ຢູ່ ບໍລິເວນຊາຍຫາດ ບອນດາຍ (Bondi Beach), ນະຄອນຊິດນີ້, ລັດນິວຊາວເວວ ໃນວັນທີ 14 ທັນວາ 2025, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈໍານວນຫຼາຍ.

ຕາງໜ້າໃຫ້​ລັດຖະບານ ​ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ​ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ໂດຍສະເພາະຕໍ່ຄອບຄົວຜູ້ຖືກເຄາະຮ້າຍ ແລະ ຂໍໃຫ້ຜູ້ທີ່ໄດ້ຮັບບາດເຈັບຈົ່ງຫາຍດີໂດຍໄວ.

ສປປ ລາວ ຂໍກ່າວປະນາມຕໍ່ການໃຊ້ຄວາມຮຸນແຮງ ແລະ ການກໍ່ການຮ້າຍທຸກຮູບແບບ ແລະ ຈະຮ່ວມມືກັບ ວົງຄະນະຍາດສາກົນ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມທຸກໂສກໃນຄັ້ງນີ້ໂດຍໄວ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

ໃນຂະນະດຽວກັນ, ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ອົດສະຕຣາລີ ເຊັ່ນດຽວກັນ.

Related Articles

Leave a Reply