ຄອບຄົວທ່ານ ສີລາ ວຽງແກ້ວ ຊ່ວຍເຫຼືອອຸປະກອນການແພດໃຫ້ພະແນກ ສາທາລະນະສຸກແຂວງອັດຕະປື

ຄອບຄົວທ່ານ ສີລາ ວຽງແກ້ວ ຊ່ວຍເຫຼືອອຸປະກອນການແພດໃຫ້ພະແນກ ສາທາລະນະສຸກແຂວງອັດຕະປື

ຄອບຄົວທ່ານ ສີລາ ວຽງແກ້ວ ອະດີດ ຮອງລັດຖະມົນຕີ ກະຊວງການເງິນໄດ້ຊ່ວຍອຸປະກອນການແພດໃຫ້ພະແນກສາທາລະນະສຸກແຂວງກໍ່ຄືໂຮງໜໍ ແຂວງ ອັດຕະປື ເຊິ່ງປະກອບມີ ຜ້າປູຕຽງ, ຜ້າປູ 100 ຜືນ ແລະ ເຄື່ອງອື່ນໆຄົບຊຸດ ລວມມູນຄ່າທັງໝົດ 18 ລ້ານກີບ.

ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9 ຕຸລາ 2020 ທີ່ຜ່ານມາ ທີ່ພະແນກສາທາລະນະສຸກ ແຂວງ ອັດຕະປື, ເປັນກຽດເຂົ້່າຮ່ວມຂອງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກພາຍໃນແຂວງອັດຕະປື ທ່ານ ເພັດມີໄຊ ຄຳພັກດີ, ທ່ານ ສີລາ ວຽງແກ້ວ ພ້ອມດ້ວຍຄອບຄົວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ-ພາບ:  ຫລວງອາໄພ

Related Articles

Leave a Reply