ຄອສພ ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ຄອສພ ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດ ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງ ຄອສພ ໃນມື້ນີ້  ຢູ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ.

ໃນພິທີຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຍົກຍ້າຍພະນັກງານຂັ້ນສູງ 3 ສະຫາຍ ໄປຮັບໜ້າທີ່ໃໝ່ ຄື: ຍົກຍ້າຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງແນວລາວສ້າງຊາດ; ຍົກຍ້າຍ ສະຫາຍ ນາງ ວິລະວອນ ພັນທະວົງ ກຳມະການປະຈຳພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ ແລະ ຍົກຍ້າຍ ສະຫາຍ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ.

ຈາກນັ້ນ, ກໍໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່ ໂດຍແຕ່ງຕັ້ງ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມໂດຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານໃນໄລຍະຜ່ານມາ ຂອງບັນດາສະຫາຍ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ວ່າ: ຕະຫລອດໄລຍະທີ່ຜ່ານມາ ພວກສະຫາຍ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ, ກໍ່ສ້າງ, ບໍາລຸງຖັນແຖວພະນັກງານ ໃນຂົງເຂດຄວາມຮັບຜິດຊອບຂອງຕົນຊີ້ນໍາຢ່າງເຂັ້ມແຂງ, ຮອບດ້ານ ແລະ ຍາດໄດ້ຜົນສໍາເລັດຫລາຍດ້ານ ໃນວຽກງານໂຄສະນາອົບຮົມ ແຕ່ລະໄລຍະ, ຂໍໃຫ້ບັນດາສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນ, ສືບຕໍ່ຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງ ທີ່ການຈັດ ຕັ້ງມອບໝາຍໃຫ້ສໍາເລັດ. ສ່ວນສະຫາຍ ທີ່ຖືກແຕ່ງຕັ້ງມາຮັບໜ້າທີ່ ຢູ່ໂຄສະນາອົບຮົມສູນກາງພັກ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຢ່າງເປັນເຈົ້າການ ແລະ ຫວັງຢ່າງຍິ່ງວ່າ ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນທຸກໆສະຫາຍ ທີ່ຂຶ້ນກັບ ຄອສພ ຈະສະໜັບສະໜູນ, ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການເຮັດວຽກງານທີ່ຂັ້ນເທິງມອບໝາຍ ຢ່າງຈົບງາມ.

Related Articles

Leave a Reply