ຖືວ່າເປັນຂ່າວດີສໍາລັບນັກສຶກສາລາວທີ່ຮຽນຈົບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດພາຍຫຼັງທີ່ ກົມຈັດຕັ້ງພະນັກງານ ຄະນະກວດກາສູນກາງພັກ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກ່ຽວກັບການເປີດຂາຍແບບຟອມສະ ໝັກເຂົ້າສອບ ເສັງເປັນລັດຖະ ກອນໃໝ່ຕາມວິຊາສະເພາະທີ່ຈົບມາໂດຍຈະມີການເປີດຂາຍແບບ ຟອມ ດັ່ງກ່າວເປັນເວລາ 2 ວັນ ນັບແຕ່ວັນທີ 30-31 ມີນາ 2021 ນີ້ທີ່ສະໂມສອນ ກົມຈັດຕັ້ງພະນັກງານ ຄະນະກວດກາສູນກາງພັກ (ຫຼັກ 6 ) ໂດຍປະກອບມີສາຂາວິຊາໄອທີ, ການເມືອງ ແລະ ບໍລິຫານລັດ, ພາສາລາວ-ວັນນະຄະດີ, ສື່ສານມວນຊົນ, ກົດໝາຍອາຍາ, ກົດໝາຍແພ່ງ, ກົດໝາຍປົກຄອງ, ກົດໝາຍເສດຖະກິດ, ສຳຫຼວດ-ວັດແທກທົ່ວໄປ, ບັນຊີ-ການເງິນ, ພາສີອາກອນ, ເສດຖະສາດ ແລະ ການຄຸ້ມຄອງ, ການເງິນ-ການທະນາຄານ, ວິສະວະກໍາກໍ່ສ້າງ, ວິສະວະກໍາຂົວທາງ, ໄຟຟ້າທົ່ວໄປ ແລະ ສະຖິຕິ.
ກົມຈັດຕັ້ງພະນັກງານ ຄະນະກວດກາສູນກາງພັກ ແຈ້ງໃຫ້ຮູ້ຕື່ມອີກວ່າ: ສະເພາະເງື່ອນໄຂຜູ້ສະໝັກຕ້ອງເປັນຄົນສັນຊາດລາວ, ອາຍຸບໍ່ເກີນ 34 ປີ, ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບ, ບໍ່ເຄີຍຖືກລົງວິໄນຈາກການຈັດຕັ້ງ ໃດໆມາກ່ອນ, ມີປະຫວັດຕົ້ນກໍາເນີດ, ການເຄື່ອນໄຫວຂອງຕົນ ແລະ ຄອບຄົວຈະແຈ້ງ, ມີສຸຂະພາບແຂງແຮງ ແລະ ມະນຸດສໍາພັນດີ, ເປັນພົນລະເມືອງດີ, ມີມາດຕະຖານ ຂອງລັດຖະກອນກວດກາ, ຈົບມັດທະຍົມຕອນປາຍ, ຈົບຊັ້ນສູງຂຶ້ນໄປ, ຖືກຕາມສາຂາ ວິຊາທີ່ໄດ້ກໍານົດຂ້າງເທິງ; ຜູ້ສະໝັກຕ້ອງມາສະເໜີຕົວດ້ວຍຕົນເອງ, ຖືໃບປະກາດສະນີຍະ ບັດຈົບວິຊາສະເພາະຖືກຕາມວິຊາທີ່ໄດ້ປະກາດໃນຂໍ້ 1, ໃບຄະແນນວິຊາສະເພາະສະບັບຕົ້ນ ແລະ ໃບຢັ້ງຢືນຈົບວິຊາສະເພາະອຶ່ນໆ (ຖ້າມີ) ມາຢັ້ງຢືນ.
ການຂາຍແບບຟອມດັ່ງກ່າວໃນວັນທີ 30 ມີນາ 2021 ແມ່ນເລີ່ມແຕ່ເວລາ 9:00-11:30 ປະກອບມີ ສາຂາວິຊາສຳຫຼວດ-ວັດແທກທົ່ວໄປ, ໄຟຟ້າທົ່ວໄປ, ວິສະວະກໍາຂົວທາງ ແລະ ວິສະວະກໍາກໍ່ສ້າງ ແລະ ຕອນແລງ ເລີ່ມເວລາ 13:30-16:00 ປະກອບມີສາຂາວິຊາພາສາລາວ-ວັນນະຄະດີ, ການເມືອງ ແລະ ບໍລິຫານລັດ,ສື່ສານມວນຊົນ ແລະ ສະຖິຕິ.
ສະເພາະວັນທີ 31 ມີນາ ແມ່ນເລີ່ມ ເວລາ 9:00-11:30 ເຊັ່ນດຽວກັນປະກອບມີສາຂາວິຊາໄອທີ, ບັນຊີ-ການເງິນ, ການເງິນ-ການທະນາຄານ, ພາສີອາກອນ, ເສດຖະສາດ ແລະ ການຄຸ້ມຄອງ ແລະ ຕອນແລງ ເລີ່ມເວລາ 13:30-16:00 ປະກອບມີສາຂາວິຊາກົດໝາຍອາຍາ, ກົດໝາຍແພ່ງ, ກົດໝາຍການປົກຄອງ,ກົດໝາຍເສດຖະກິດ.

