ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ​ ສະໄໝທີ XIV

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ​ ສະໄໝທີ XIV

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 22 ມັງກອນ ທີ່ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ​ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ​ ສະໄໝທີ XIV.

ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳຂອງວັນທີ 22 ມັງກອນ ທີ່ຜ່ານມາ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າ​ ເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.

ໃນຈຳນວນກຳມະການສົມບູນ 180 ສະຫາຍທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ 57 ສະຫາຍ.

ໃນຈຳນວນບັນດາສະຫາຍຢູ່ອົງການສູນກາງທີ່ຖືກເລືອກຕັ້ງມີ:

– ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ;

– ສະຫາຍ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ;

– ສະຫາຍ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ;

– ສະຫາຍ ເລມິງຮືງ ຫົວໜ້າຄະນະຈັດຕັ້ງສູນກາງ;

– ສະຫາຍ ເຈິ່ນຊີ້ແທັງ ຫົວໜ້າຄະນະກວດກາສູນກາງ;

– ສະຫາຍ​ ນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ;

– ສະຫາຍ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ;

– ສະຫາຍ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ;

– ສະຫາຍ​ ນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ;

– ສະຫາຍ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ;

– ສະຫາຍ ໂດ້ຕຽນຊີ້ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ.

ວັນທີ 23 ມັງກອນນີ້, ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈະດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະກວດກາສູນກາງ, ຫົວໜ້າຄະນະກວດກາສູນກາງ.

ທີ່ມາ: ​ປະຊາຊົນ, Vietnam.vn

Related Articles

Leave a Reply