ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ມີນາ 2021 ນີ້ທີ່ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໂດຍການເປັນປະທານຂອງທ່ານນາງປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ (ຜູ້ເກົ່າ) ແລະ ຄະນະ, ການນໍາພັກ-ລັດ ພ້ອມດ້ວຍສະມາຊິກສະພາຈໍານວນ 164 ທ່ານເຂົ້າຮ່ວມ.
ທ່ານນາງປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດໄດ້ກ່າວເປີດກອງປະຊຸມໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ກອງປະຊຸມດັ່ງກ່າວນີ້ເປັນເຫດການການເມືອງທີ່ສໍາຄັນ ຊຶ່ງຈະດໍາເນີນເປັນເວລາ 5 ວັນເຕັມ ນັບແຕ່ວັນທີ 22-26 ມີນາ 2021, ຕະຫຼອດວາລະກອງປະຊຸມ, ບັນດາສະມາຊິກສະພາຈະໄດ້ມີການຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງຫຼາຍບັັນຫາທີ່ສໍາຄັນ ຊຶ່ງປະກອບມີຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາ ແຫ່ງຊາດ ຊຸດທີ IX, ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ IX ປະກອບມີ: (ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX, ເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ແລະ ພິຈາລະນາ, ຮັບຮອງການແຕ່ງຕັ້ງປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການສະພາແຫ່ງຊາດ), ເລືອກຕັ້ງປະທານປະເທດ ແລະ ຮອງປະທານປະເທດ, ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງລັດຖະບານ ປະກອບມີ: (ເລືອກຕັ້ງນາຍົກລັດຖະມົນຕີ, ພິຈາລະນາ, ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ), ເລືອກຕັ້ງບຸກຄະລາກອນຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ປະກອບມີ: (ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ເລືອກຕັ້ງປະທານສານປະຊາຊົນສູງສຸດ), ເລືອກຕັ້ງບຸກຄະລາກອນຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ປະກອບມີ: (ເລືອກຕັ້ງປະທານອົງການກວດສອບແຫ່ງລັດ), ພິຈາລະນາ, ຮັບຮອງບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັັັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016-2020) ແລະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025), ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ, ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ ແລະ ປະເດັນສຸດທ້າຍແມ່ນ ພິຈາລະນາ, ຮັບຮອງບົດລາຍງານກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການສ້າງ ແລະປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.
ຂ່າວ: ວຽງຈັນທາຍ

