ຄະນະລັດຖະບານມອບໃຫ້ກະຊວງ ຖວທ ສືບຕໍ່ໂຄສະນາອອກຂ່າວ ກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19

ຄະນະລັດຖະບານມອບໃຫ້ກະຊວງ ຖວທ ສືບຕໍ່ໂຄສະນາອອກຂ່າວ ກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19

ພະຍາດໂຄວິດ-19 ຍັງມີການແຜ່ລະບາດໃນທົ່ວໂລກໂດຍຍັງບໍ່ຮູ້ວ່າຈະສາມາດຢັບຢັ້ງໄດ້ມື້ໃດ ໂດຍມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 1.400.000 ຄົນຍ້ອນພະຍາດນີ້, ນອກນັ້ນຍັງມີການພົບຜູ້ຕິດເຊື້ອພະຍາດດັ່ງກ່າວໃໝ່ຢູ່ ລາວ ເມື່ອວັນທີ 22 ພະຈິກທີ່ຜ່ານມາ  14 ກໍລະນີ ຊຶ່ງເດີນທາງມາແຕ່ຕ່າງປະເທດ ດັ່ງນັ້ນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນເມື່ອວັນທີ 24 ພະຈິກ 2020 ທີ່ຜ່ານມາ ຢູ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ  ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຄະນະລັດຖະບານໄດ້ຊີ້ນໍາ ແລະ ມອບວຽກປະຈໍາເດືອນ ທັນວາ 2020ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວປະຕິບັດ ໂດຍໃຫ້ສືບຕໍ່ໂຄສະນາອອກຂ່າວ, ຖະແຫຼງການກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19 ໃຫ້ປະຊາຊົນຮັບຮູ້ ຢ່າງທົ່ວເຖິງ ພ້ອມທັງສືບຕໍ່ປະສານ ສົມທົບກັບທຸກພາກສ່ວນກ່ຽວຂ້ອງ ແກ້ໄຂການເຜີຍແຜ່ຂ່າວສານ ທີ່ບໍ່ມີມູນຄວາມຈິງ.
 ພ້ອມກັນນັ້ນຍັງຊີ້ນໍາໃຫ້ສືບຕໍ່ໂຄສະນາສົ່ງເສີມ ການທ່ອງທ່ຽວ ລາວທ່ຽວລາວ, ແນະ ນໍາການປັບປຸງສະຖານທີ່ທ່ອງທ່ຽວ, ຝຶກອົບຮົມພະນັກງານນໍາທ່ຽວໃຫ້ມີຄວາມຄ່ອງແຄ້ວ, ການບໍລິການສະຖານທີ່ພັກ-ຮ້ານອາຫານ ມີຄຸນນະພາບ, ເອົາໃຈໃສ່ຄຸ້ມຄອງການໃຫ້ຄ່າບໍລິການຢູ່ໃນລະດັບທີ່ເໝາະສົມບໍ່ແພງເກີນໄປ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນ ສ້າງຄວາມປະທັບໃຈ, ຈຶ່ງຈະສາມາດຂະຫຍາຍຕະຫຼາດການທ່ອງທ່ຽວລາວ.

ຂໍ້ມູນ-ພາບ: ສນຍ

Related Articles

Leave a Reply