ຄະນະສະເພາະກິດຕ້ານໂຄວິດ-19 ປະກາດຕາມຫາ 9 ຄົນທີ່ໄປກວດຫາເຊື້ອພະຍາດໂຄວິດ-19 ຍ້ອນບໍ່ສາມາດຕິດຕໍ່ພວກກ່ຽວໄດ້

ຄະນະສະເພາະກິດຕ້ານໂຄວິດ-19 ປະກາດຕາມຫາ 9 ຄົນທີ່ໄປກວດຫາເຊື້ອພະຍາດໂຄວິດ-19 ຍ້ອນບໍ່ສາມາດຕິດຕໍ່ພວກກ່ຽວໄດ້

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງມາເຖິງ 9 ບຸກຄົນທີ່ມີລາຍຊື່ຕໍ່ໄປນີ້ຄື: ນາງສຸເມສາ ພອນອານຸລັກ, ນາງສຸກັນຍາ, ນາງເພັດພະຈັນ, ນາງພູວຽງ ແສງພະຈັນ, ນາງລັດດາ ແສງທະນູສຸກ,  ທ້າໂດ່ໂດ້, ທ້າວສຸລິຈັນ, ທ້າວຈໍ່ ພົມສະຫວັດ ແລະ ທ້າວສຸລິນທອງ ວົງດາລາ ໃຫ້ໂທປະສານດ່ວນຫາທ່ານ ດຣ. ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ 020 55663579 ຍ້ອນວ່າພວກທ່ານໃຫ້ຂໍ້ມູນປະຫວັດບໍ່ລະອຽດ ແລະ ເບີໂທຍັງບໍ່ສາມາດຕິດຕໍ່ໄດ້.  

ການທີ່ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ປະກາດຕາມຫາ 9 ຄົນດັ່ງກ່າວນີ້ ຊຶ່ງທາງຄະນະສະເພາະກິດບໍ່ໄດ້ໃຫ້ຂໍ້ມູນລະອຽດວ່າຍ້ອນຫຍັງ ມີແຕ່ຮຽກຮ້ອງໃຫ້ພວກກ່ຽວປະສານກັບຄະນະສະເພາະກີດຢ່າງຮີບດ່ວນເທົ່ານັ້ນ.

Related Articles

Leave a Reply