ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ແລະ ບັນດາຂໍ້ແນະນຳຕ່າງໆ ຢ່າງຖືກຕ້ອງ ແລະ ເຂັ້ມງວດເພາະຫຼາຍປະເທດໃນໂລກລວມທັງບັນດາປະເທດໃນພາກພື້ນຍັງມີການແຜ່ລະບາດຂອງພະຍາດນີ້ເປັນວົງກວ້າງ ຊຶ່ງໄດ້ກໍ່ໃຫ້ເກີດມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃນແຕ່ລະວັນ.
ຮອງຫົວໜ້າກົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ຖະແຫຼງຂ່າວມື້ນີ້ວັນທີ 11 ສິງຫາ ຢູ່ກະຊວງສາທາລະນະສຸກກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກວ່າ: ມາຮອດວັນທີ 11 ສິງຫາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 20.230.801 ຄົນ, ເສຍຊິວິດ 737.647 ຄົນ ເຊິ່ງກວມເອົາ 3,64% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 13.037.330 ຄົນ ເຊິ່ງກວມເອົາ 64,4 % ຂອງຜູ້ຕິດເຊື້ອທັງໝົດ.
ຢູ່ຂົງເຂດອາຊີ ຍັງແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 53.016 ຄົນ ແລະໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 11 ສິງຫາ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 333.078 ຄົນ ແລະ ເສຍຊີວິດ 8.291 ຄົນ.
ສະເພາະການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ສິງຫາ 2020 ໂດຍການຕິດຕາມເດີນທາງຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.292 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ໃນວັນທີ 10 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 497 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 60 ຕົວຢ່າງ, ແຮງງານຈີນ 45 ຕົວຢ່າງ, ແຮງງານລາວມາຈາກຈີນ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 389 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 10 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
ຂ່າວ: ວຽງຈັນທາຍ

