ຄະນະສະເພາະກິດ ຢືນຢັນບໍ່ໄດ້ປົກປິດຂໍ້ມູນກໍລະນີໂຄວິດ-19

ຄະນະສະເພາະກິດ ຢືນຢັນບໍ່ໄດ້ປົກປິດຂໍ້ມູນກໍລະນີໂຄວິດ-19

ຄະນະສະເພາະກິດ ຢືນຢັນໃນໂອກາດ ຖະແຫຼງຂ່າວມື້ນີ້ວ່າ ສປປ ລາວ ບໍ່ໄດ້ປົກປິດຂໍ້ມູນກໍລະນີພະຍາດໂຄວິດ-19 ຕາມທີ່ກຸ່ມຄົນບໍ່ດີຈໍານວນໜຶ່ງກ່າວຫາເພື່ອໃສ່ຮ້າຍປ້າຍສີ.

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ກ່າວໃນໂອກາດຖະແຫຼງຂ່າວວ່າ ທຸກຄົນທີ່ເຂົ້າມາລາວ ຕາມຈຸດຜ່ານດ່ານຕ່າງໆ ໃນທົ່ວປະເທດ ແມ່ນໄດ້ມີການກວດ ແລະ ກັ່ນຕອງ ຫາກໍລະນີເຊື້ອພະຍາດໂຄວິດ-19 ຢ່າງລະອຽດ ແລະ ຖືກຕ້ອງຕາມຫຼັກການທຸກຂັ້ນຕອນ ລວມທັງມີການຈໍາກັດບໍລິເວນບຸກຄົນທີ່ເດີນທາງເຂົ້າມາລາວ ຈົນຄົບ 14 ວັນ ແລະ ພ້ອມດຽວກັນກໍ່ໄດ້ສົ່ງຄະນະຊ່ຽວຊານຈາກສູນກາງໄປເກັບຕົວຢ່າງຢູ່ແຕ່ລະແຂວງ ເພື່ອມາກວດວິເຄາະຫາເຊື້ອ, ພວກເຮົາເຮັດວຽກເປັນທີມກັບຄູ່ຮ່ວມພັດທະນາ ແລະ ອົງການອະນາໄມໂລກ.  

ພ້ອມດຽວ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ ຜົນການກວດຫາເຊື້ອທຸກຕົວຢ່າງ ແມ່ນໄດ້ລາຍງານໃຫ້ທຸກແຂວງຮັບຊາບໃນແຕ່ລະວັນ ແລະ ລາຍງານທຸກສະພາບການກ່ຽວກັບພະຍາດໂຄວິດ-19 ໃຫ້ອົງການອະນາໄມໂລກພາຍໃນ 48 ຊົ່ວໂມງ, ສ່ວນກຸ່ມຄົນບໍ່ດີກ່າວຫາວ່າ ສປປ ລາວ ປົກປິດຂໍ້ມູນນັ້ນ ແມ່ນການກ່າວຫາ ແລະ ຂໍຢືນຢັນວ່າ ສປປ ລາວ ບໍ່ມີການປົກປິດບັງແຕ່ຢ່າງໃດ. ພ້ອມດຽວກັນ ກໍ່ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ຢ່າໄປຫຼົງເຊື່ອຂໍ້ມູນຈາກແຫຼ່ງຂ່າວທີ່ບໍ່ເປັນທາງການ, ຈົ່ງເຊື່ອໝັ້ນຕໍ່ການວິເຄາະ, ຕໍ່ການຕິດຕາມທຸກກໍລະນີ ແລະ ຫຼັກການທີ່ພວກເຮົາໄດ້ປະຕິບັດ.

ປະຈຸບັນນີ້ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ ພຽງແຕ່ 6 ຄົນເທົ່ານັ້ນ ລວມທັງຜູ້ຕິດເຊື້ອ ກໍລະນີທີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜຶ່ງອາທິດຕໍ່ໜ້າ. 

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Related Articles

Leave a Reply