ຄຸນນະພາບການຮຽນ-ການສອນ ຢູ່ໃນບາງເຂດຍັງເຮັດບໍ່ທັນໄດ້ດີ

ຄຸນນະພາບການຮຽນ-ການສອນ ຢູ່ໃນບາງເຂດຍັງເຮັດບໍ່ທັນໄດ້ດີ

ລັດຖະບານຍອມຮັບວ່າລະບົບການຮຽນ-ການສອນຢູ່ໃນບາງເຂດຂອງປະເທດເຮົາຍັງເຮັດບໍ່ທັນໄດ້ດີຊຶ່ງກໍເກີດມາຈາກຫຼາຍປັດໄຈ ເຊັ່ນ: ສະພາບແວດລ້ອມ, ຄວາມຮູ້ຄວາມສາມາດຂອງຄູ ຍັງມີຂິດຈໍາກັດ, ນອກນັ້ນ ອຸປະກອນຮັບໃຊ້ການສຶກສາກໍຍັງບໍ່ພຽງພໍ.  

 ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານສະພາບການສຶກສາຢູ່ລາວ ຕໍ່ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອບໍ່ດົນມານີ້ວ່າ: ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດ 15 ຄາດໝາຍ, ໃນນີ້ມີ 6 ຄາດໝາຍທີ່ບັນລຸໄດ້ຕາມແຜນ, ມີ 3 ຄາດໝາຍປະຕິບັດໄດ້ດີຂຶ້ນ ແລະ 6 ຄາດໝາຍມີທ່າອ່ຽງຫຼຸດຖອຍລົງ. ລັດຖະບານໄດ້ສຸມໃສ່ການສຶກສາກ່ອນໄວຮຽນໃຫ້ມີຄຸນນະພາບກວ້າງຂວາງ ແລະ ທົ່ວເຖິງໂດຍເນັ້ນໃສ່ການສະໜອງໂຄງລ່າງພື້ນຖານ, ອຸປະກອນຮັບໃຊ້ການຮຽນ-ການສອນ, ຊຸກຍູ້ສົ່ງເສີມໃຫ້ການສະໜອງຫໍພັກນັກຮຽນ ແລະ ຄູສອນຂອງບັນດາໂຮງຮຽນມັດທະຍົມຕອນຕົ້ນ ຢູ່ເຂດຫ່າງໄກສອກຫຼິກ ແລະ ເຂດຈຸດສຸມພັດທະນາຂອງລັດຖະບານ. ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ໄດ້ຈັດການຮຽນ-ການສອນການສຶກສາແບບທາງໄກ ຜ່ານລະບົບອີເລັກໂຕຣນິກ.

 ທ່ານທອງລຸນ ໄດ້ກ່າວຕື່ມວ່າ: ແຕ່ຍອມຮັບວ່າ ຍັງມີບາງເຂດທີ່ຄຸນນະພາບການຮຽນ-ການສອນ ຍັງເຮັດບໍ່ໄດ້ດີ ສ່ວນໜຶ່ງກໍ່ຍ້ອນຂາດແຄນອຸປະກອນ ໂດຍສະເພາະຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງແມ່ນວ່າມີການຮຽນການສອນທາງໄກ ແຕ່ເຫັນວ່າຍັງເຮັດບໍ່ທັນໄດ້ຫລາຍ ແລະ ຍັງບໍ່ຄົບຕາມຈໍານວນວິຊາ, ຊ່ອງທາງໃນການເຂົ້າເຖິງກຸ່ມເປົ້າໝາຍແບບອື່ນໆ ແລະ ພື້ນຖານວັດຖຸເຕັກນິກບໍ່ໄດ້ຖືກອອກແບບໃຫ້ທັນເພື່ອຮອງຮັບສະພາບການດັ່ງກ່າວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply