ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານໂມໂນກຣາບ Monograph ກ່ຽວກັບຄົນພິການໃນ ສປປ ລາວ ໃນຕອນເຊົ້າຂອງມື້ວັນທີ 16 ທັນວາ 2020 ນີ້ ທີ່ສູນສະຖິຕິແຫ່ງຊາດ ໂດຍນໍາໃຊ້ຂໍ້ມູນຈາກການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສໃນປີ 2015 ພົບວ່າ: ສປປ ລາວ ມີກຸ່ມພົນລະເມືອງທີ່ມີອາຍຸ 5 ປີຂື້ນໄປ ທີ່ເປັນຄົນພິການ, ໂດຍມີປະມານ 160.881 ຄົນ.
ອັດຕາຄວາມພິການດັ່ງກ່າວນີ້ສ່ວນຫຼາຍແມ່ນພົບຢູ່ເຂດຫ່າງໄກສອກຫຼີກ, ສ່ວນຫຼາຍຄົນພິການບໍ່ມີບົດບາດໃນສັງຄົມ ແລະ ບໍ່ໄດ້ເຂົ້າເຖິງການສຶກສາ, ການຝຶກອົບຮົມວິຊາຊີບ, ແຮງງານ ແລະ ອື່ນໆ.
ການເຜີຍແຜ່ບົດລາຍງານດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງການບໍລິການທີ່ສໍາຄັນເພື່ອເພີ່ມທະວີການມີສ່ວນຮ່ວມຂອງຄົນພິການໃນສັງຄົມ ໂດຍສະເພາະໃນຂະແໜງການສຶກສາ, ແຮງງານ, ການຝຶກອົບຮົມວິຊາຊີບ, ການປົກປ້ອງທາງສັງຄົມ ລວມເຖິງບັນດາຂໍ້ມູນກ່ຽວກັບຄວາມພິການ ເພື່ອຮັບປະກັນໃຫ້ພວກເຂົາໄດ້ຮັບຜົນປະໂຫຍດຈາກການພັດທະນາສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມໃນ ສປປ ລາວ.
ຂໍ້ມູນ: ສູນສະຖິຕິແຫ່ງຊາດ

