Visit BigblueAgency
ຄົນລາວເສຍຊີວິດຍ້ອນພະຍາດເອດສະເລ່ຍ 160 ຄົນ/ປີ

ຄົນລາວເສຍຊີວິດຍ້ອນພະຍາດເອດສະເລ່ຍ 160 ຄົນ/ປີ

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນແຈ້ງໃຫ້ຮູ້ວ່າ:  ນັບແຕ່ປີ 1990 ທີ່ພົບຜູ້ຕິດເຊື້ອເຮັສໄອວີ ກໍລະນີທໍາອິດ ແລະ ພົບຜູ້ຕິດເຊື້ອພະຍາດເອດໃນປີ 1992 ມາຮອດປີ 2020ນີ້, ຄົນລາວເສຍຊີວິດແລ້ວ 4.801 ຄົນ ໂດຍສະເລ່ຍແລ້ວແຕ່ລະປີມີຄົນລາວເສຍຊີວິດ 160 ຄົນຍ້ອນພະຍາດເອດ.

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແຈ້ງໃຫ້ຮູ້ຕື່ມວ່າ: ໄລຍະ 30 ປີຜ່ານມານີ້, ໄດ້ພົບຜູ້ຕິດເຊື້ອພະຍາດເອດຢູ່ 17 ແຂວງ ແລະ ຢູ່ນະຄອນຫຼວງວຽງຈັນ, ໂດຍໄດ້ກວດເລືອດຫຼາຍກວ່າ 1 ລ້ານຄົນໃນຂອບເຂດທົ່ວປະເທດ, ຊຶ່ງພົບຜູ້ຕິດເຊື້ອເຮັສໄອວີ 14.457 ຄົນ, ຈໍານວນຜູ້ຕິດເຊື້ອຍັງມີຊີວິດ 10.117 ຄົນ, ພົບຜູ້ທີ່ເປັນພະຍາດເອດ ຈຳນວນ 6.014 ຄົນ ແລະ ເສຍຊີວິດ 4.841 ຄົນ.

ຂໍ້ມູນ-ພາບ: ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ

Related Articles

Leave a Reply