ງານນັດພົບແຮງງານນະຄອນຫຼວງວຽງຈັນ ສໍາລັບປີ 2020 ໄດ້ຈັດຂຶ້ນ ລະຫວ່າງວັນທີ 18-21 ທັນວາ ນີ້ທີ່ ຫ້ອງການພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ມີຈຸດປະສົງເພື່ອເປີດໂອກາດໃຫ້ບັນດາຫ້າງຮ້ານບໍລິສັດທີ່ມີຄວາມຕ້ອງການພະນັກງານເຂົ້າຮ່ວມ ແລະ ເພື່ອຊອກຫາຜູ້ທີ່ຈະເຮັດວຽກນໍາເຂົາເຈົ້າ.
ໃນງານດັ່ງກ່າວມີຕຳແໜ່ງວ່າງຫຼາຍກວ່າ 5.000 ຕຳແໜ່ງ ແລະ ຄາດວ່າຫຼາຍກ່ວາ 1.000 ຄົນ ຈະຖືກບັນຈຸເຂົ້າເຮັດວຽກໃນຕຳແໜ່ງວ່າງຂອງບໍລິສັດທີ່ເຂົ້າຮ່ວມງານໃນຄັ້ງນີ້.
ທ່ານ ນາງ ອານຸສອນ ຍັງສົມຫວັນ ຕາງໜ້າຈາກບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ກ່າວໃນງານດັ່ງກ່າວວ່າ: ທາງບໍລິສັດແມ່ນໄດ້ມາຮ່ວມງານຄັ້ງນີ້ເພື່ອຊອກຫາແຮງງານຕາມຕຳແໜ່ງທີ່ວ່າງໃນບໍລິສັດ ລວມມີ 15 ຕຳແໜ່ງ. ສ່ວນ ທ່ານ ນາງ ບຸນສີ ພົມມາດີ ຈາກບໍລິສັດອານພີລາວ ເຊິ່ງເປັນບໍສິສັດຕັດ-ຫຍິບເຄື່ອງ ເພື່ອສົ່ງອອກກໍ່ກ່າວວ່າ: ທາງບໍສິສັດມີຄວາມຕ້ອງການພະນັກງງານຈຳນວນຫຼາຍ ເຊັ່ນ: ພະນັກງານຫຍິບ 120 ຄົນ, ພະນັກງານຮຽນຫຍິບ ບໍ່ຈຳກັດຈຳນວນ, ພະນັກງານແສ່ວ 14 ຄົນ ແລະ ພະນັກງານພິມ (ເພດຊາຍ) 5 ຄົນ ເຊິ່ງທາງບໍລິສັດຫວັງວ່າຈະສາມາດບັນຈຸພະນັກງານເຂົ້າເຮັດວຽກຢ່າງໜ້ອຍ 50% ຈາກງານນີ້.
ພາບ-ຂ່າວ: ໜິງ

