ງານມະຫະກຳຫັດຖະກຳລາວ 2020 ມີຫລາຍກວ່າ 200 ຫົວໜ່ວຍ ຈາກ 18 ແຂວງໃນທົ່ວປະເທດເຂົ້າຮ່ວມ ໂດຍຈະມີພິທີເປີດຢ່າງເປັນທາງການໃນຕອນບ່າຍຂອງມື້ນີ້ວັນທີ 10 ຕຸລາ 2020 ແລະ ຈະດຳເນີນໄປຈົນຮອດວັນທີ 18 ຕຸລາ 2020 ທີ່ ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຊຶ່ງຈັດໂດຍ ທະນາຄານມາຣູຮານເຈແປນລາວ ແລະ ສະມາຄົມຫັດຖະກຳລາວ ຮ່ວມກັນສົ່ງເສີມການຜະລິດສິນຄ້າຫັດຖະກໍາລາວ.
ຜະລິດຕະພັນທີ່ນຳມາວາງຂາຍ ແລະ ວາງສະແດງໃນຄັ້ງນີ້ປະກອບມີ ເຄື່ອງຫັດຖະກໍາແຜ່ນແພ (ສິ້ນ, ເສື້ອ, ຜ້າພັນຄໍ) ເຄື່ອງປັ້ນດິນເຜົາ, ຫັດຖະກໍາຈັກສານ (ຫວາຍ, ໄມ້ ), ແກະສະຫຼັກໄມ້, ຫັດຖະກໍາເຄື່ອງເງິນ, ຂອງທີ່ລະລຶກ, ຜະລິດຕະພັນ ໂອດອ໋ບ ແລະ ອື່ນໆ.
ພາຍໃນງານຍັງມີການປະກວດຜະລິດຕະພັນຫັດຖະກຳ ໃນ 5 ປະເພດ, ເຊິ່ງແຕ່ລະປະເພດ ຕ້ອງເຮັດດ້ວຍວັດສະດຸທຳມະຊາດ ເປັນຕົ້ນ ແຜ່ນແພ, ຫວາຍ, ດິນໜຽວ, ໄມ້ ແລະ ອື່ນໆ. ຜະລິດຕະພັນທີ່ສົ່ງເຂົ້າປະກວດຕ້ອງໄດ້ມາດຖານບໍ່ວ່າຈະເປັນທາງດ້ານລາຄາ, ເປັນເອກະລັກແບບດັ່ງເດີມ, ສະແດງເຖິງວັດທະນະທຳລາວ, ຜະລິດອອກມາໃນຮູບແບບທີ່ທັນສະໄໝ ແລະ ປະຊາຊົນເປັນຜູ້ຜະລິດເອງກັບມື. ນອກຈາກນີ້, ຜູ້ເຂົ້າຮ່ວມສາມາດສົ່ງຜົນງານການຜະລິດເຂົ້າປະກວດສິນຄ້າໜຶ່ງ ຫລື ຫລາຍຜະລິດຕະພັນ ໂດຍສະເພາະ ກະເປົາຄອມພິວເຕີໂນດບຸກ, ກະເປົາເງິນ, ຖົງຜ້າໃສ່ເຄື່ອງ, ປາກກາ, ພວງກະແຈ, ຊຸດໃສ່ເຫລົ້າສາເກ (ເຫລົ້າຍີ່ປຸ່ນ), ຊຸດໝໍ້ນໍ້າຊາ, ປື້ມບັນທຶກ, ຂັນ/ໂອ ທີ່ຜະລິດດ້ວຍໄມ້/ເງິນ/ຫວາຍ ແລະ ແນວໃສ່ນາມບັດໄມ້/ເງິນ. ສຳລັບ 10 ຜະລິດຕະພັນ ທີ່ຖືກຄັດເລືອກໂດຍສະມາຄົມຫັດຖະກຳລາວ ຈະໄດ້ຜ່ານເຂົ້າຮອບຕັດສິນ, ຜູ້ທີ່ຊະນະເລີດການປະກວດ ຈະໄດ້ເຊັນສັນຍາກັບທາງທະນາຄານ ມາຣູຮານເຈແປນລາວ ເພື່ອຜະລິດເປັນຂອງທີ່ລະລຶກຂອງທະນາຄານ ໃນປີ 2021.
ຂ່າວ-ພາບ: ມະນີທອນ

