ງານວາງສະແດງສິນຄ້າເຟີນີເຈີລາວຄັ້ງທີ 7 ປະຈໍາປີ 2021 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 ຫາ 17 ມັງກອນ 2021 ທີ່ຈະມາເຖິງນີ້ໂດຍຈະມີສິນຄ້າເຟີນີເຈີທີ່ຫຼາກຫຼາຍ, ຫຼາຍສີສັນ, ຫຼາຍຮູບແບບ ທີ່ມາຈາກຜູ້ປະກອບການ 66 ຫົວໜ່ວຍຈາກນະຄອນຫຼວງວຽງຈັນ ແລະ ອີກ 19 ຫົວໜ່ວຍມາຈາກຕ່າງແຂວງ ໄວ້ໃຫ້ຜູ້ທ່ຽວຊົມໄດ້ຊອກຊື້ເພື່ອນໍາໄປຕົບແຕ່ງປະດັບປະດາເຮືອນຊານ, ຊຶ່ງງານດັ່ງກ່າວນີ້ຈັດໂດຍສະມາຄົມເຟີນີເຈີລາວ.
ທ່ານກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ໃນນາມທີ່ຮັບຜິດຊອບກ່ຽວກັບການຈັດງານດັ່ງກ່າວໄດ້ຈັດພິທີຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກ່ຽວກັບງານດັ່ງກ່າວວ່າ: ທາງສະມາຄົມເຟີນີເຈີລາວໄດ້ກະກຽມຫ້ອງວາງສະແດງສິນຄ້າໄວ້ແລ້ວທັງໝົດ 175 ຫ້ອງ, ໃນນັ້ນສໍາລັບ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນມີ 25 ຫ້ອງ. ຕະຫຼອດ 9 ວັນຂອງການຈັດງານດັ່ງກ່າວນີ້ຄາດວ່າຈະມີມູນຄ່າຈໍລະຈອນຊື້-ຂາຍສິນຄ້າປະມານ 10 ຕື້ກີບ ແລະ ຜູ້ເຂົ້າຊົມງານຈະມີປະມານ 100.000 ຄົນ. ສໍາລັບກິດຈະກໍາພາຍໃນງານຈະມີການສາທິດການຜະລິດສິນຄ້າຕ່າງໆ, ກິດຈະກໍາມອບລາງວັນໃຫ້ແກ່ຜູ້ທີ່ໂຊກດີ, ການສະແດງສີລະປະ ແລະ ການແຂ່ງຂັນດົນຕີແບບເຕັມວົງ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ

