ງານວາງສະແດງ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນເດືອນສິງຫານີ້

ງານວາງສະແດງ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນເດືອນສິງຫານີ້

ງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ VII, ຈະໄດ້ຈັດຂຶ້ນລະຫວ່າງວັນທີ 15-23 ສິງຫາ2020 ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).

ໃນງານຄັ້ງນີ້ ຄາດວ່າຈະມີ  153 ຫົວໜ່ວຍທຸລະກິດເຂົ້າຮວມ, ລວມມີ 157 ຫ້ອງວາງສະແດງ ແລະ ຂາຍສິນຄ້າ ຊຶ່ງກອບມີ ຫ້ອງວາງສະແດງຜະລິດຕະພັນຄອບຄົວຕົວແບບຂອງແຕ່

ລະເມືອງ,​ ສິນຄ້າຄອບຄົວຕົວແບບ ປະເພດອຸດສາຫະກໍາ-ຫັດຖະກໍາ, ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ຫ້ອງວາງສະແດງກ່ຽວກັບການທ່ອງທ່ຽວ ແລະ ຫ້ອງວາງສະແດງສິນຄ້າປະເພດອື່ນ. .

ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນງານພິທີຖະແຫຼງຂ່າວ ງານວາງສະແດງດັ່ງກ່າວ ທີ່ຈະ ຈັດຂຶ້ນວັນທີ 25 ມິຖຸນາ 2020 ຢູ່ ນະຄອນຫຼວງວຽງຈັນ ວ່າ: ການຈັດງານວາງສະແດງຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມດ້ານການຕະຫຼາດ ຂອງການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງນະຄອນຫຼວງວຽງຈັນ ທັງເປັນການກະຕຸກຊຸກຍູ້ເສດຖະກິດໃນໄລຍະລັດຖະບານຜ່ອນຜັນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

ຂ່າວ: ວຽງຈັັນທາຍ

Related Articles

Leave a Reply