ອໍານາດການປົກຄອງແຂວງອັດຕະປື ແລະ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຊຶ່ງເປັນບໍລິສັດທີ່ສະໜັບສະໜູນໂຄງການຫຼໍ່ຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ ແລະ ໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດ ຮ່ວມກັນຈັດງານສົມໂພດ ຫຼື ງານສູດຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດຊົງປະທັບຊ້າງເພື່ອປະດິດສະຖານໄວ້ທີ່ອະນຸສາວະລີ ທີ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອໃຫ້ປະຊາຊົນແຂວງອັດຕະປືໄດ້ກາບໄຫວ້ ແລະ ບູຊາ, ຊຶ່ງງານສົມໂພດດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 23 ຫາ 26 ມັງກອນ 2021 ນີ້, ຕະຫຼອດ 4 ວັນຂອງງານຄາດວ່າຈະມີຜູ້ເຂົ້າຮ່ວມ ຫຼື ຜູ້ທີ່ສັດທານໍາພຣະເຈົ້າໄຊຍະເສດຖາທິລາດ ຫຼາຍພັນຄົນເຂົ້າຮ່ວມ.
ທ່ານບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ຮັບຜິດຊອບໂຄງການກໍ່ສ້າງ ອະນຸສາວະລີພຣະເຈົ້າໄຊຍະເສດຖາທິລາດໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 23 ມັງກອນ 2021 ທີ່ຜ່ານມາວ່າ: ຕະຫຼອດ 4 ວັນຂອງງານສົມໂພດດັ່ງກ່າວໄດ້ມີການຕັ້ງກອງບຸນກອງບຸນ 38 ກອງ, ໄດ້ມີການເຮັດພິທີທາງສາດສະໜາເປັນຕົ້ນແມ່ນການບວດພຣະ, ຟ້ອນລໍາຖວາຍພື້ນເມືອງ, ໝໍລໍາສີພັນດອນຄົບງັນກອງບຸນ, ພິທີຄອບໄຂ່ວ, ແຫ່ຜາສາດເຜິ້ງອ້ອມກົມມະລຽນ, ພິທີສູດມຸງຄຸນ, ພິທີມອບຮັບພຣະພຸດທະຮູບ, ຮັບໂມທະນາບຸນ, ພິທີສົມໂພດ, ພິທີຕັກບາດ ແລະ ພິທີມອບ-ຮັບອະນຸສາວະລີພຣະເຈົ້າໄຊຍະເສດຖາທິລາດ.
ທ່ານບຸນເສີດ ໄດ້ກ່າວຕື່ມວ່າ: ຕາມແຜນແລ້ວງານດັ່ງກ່າວແມ່ນຈະຈັດໃຫຍ່ແຕ່ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເພື່ອເປັນການປ້ອງກັນພະຍາດດັ່ງກ່າວໄດ້ມີການຕັດອອກຫຼາຍລາຍການເຊັ່ນ: ງານຕະຫຼາດນັດ 5 ຕົວເມືອງ, ງານສະແດງສິລະປະທ້ອງຖິ່ນ, ງານເດີນແບບຊຸດຊົນເຜົ່າ ທີ່ມີ 11 ຊົນເຜົ່າພາຍໃນແຂວງອັດຕະປື, ງານປະກວດສາວເມືອງອົງການ (ເມືອງອົງການເປັນເມືອງຕົ້ນກໍາເນີດແຂວງອັດ ຕະປືໃນສະໄໝກ່ອນ) ແລະ ກິດຈະກໍາອື່ນໆອີກຈໍານວນໜຶ່ງ. ສະເພາະມາດຕະການປ້ອງກັນພະຍາດໂຄວິດ-19, ພະແນກສາທາລະນະສຸກແຂວງໄດ້ຕັ້ງຈຸດກວດຢູ່ 3-4 ຈຸດອ້ອມອະນຸສາວະລີ ໂດຍມີການວັດແທກອຸນຫະພູມທຸກຄົນ, ມີການລ້າງມືດ້ວຍເຈວ ຫຼື ສະບູ, ໃສ່ຜ້າອັດປາກ, ກ່ອນເຂົ້າໃນສະຖານທີ່ງານ, ຮັກສາໄລຍະຫ່າງ. ງານດັ່ງກ່າວຈະຈັດແບບກະທັດຮັດແຕ່ເຊື່ອວ່າຈະມີປະຊາຊົນຈໍານວນຫຼາຍເຂົ້າຮ່ວມຊຶ່ງທາງຜູ້ຈັດງານຂໍຮຽກຮ້ອງໃຫ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມການແຈ້ງການຂອງຄະນະສະເພາະກິດວາງອອກ.
ການຫຼໍຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ, ຊ້າງ ແລະ ແຍ່ງປະທັບເທິງຫຼັງຊ້າງແມ່ນໄດ້ຫຼໍ່ຢູ່ ນະຄອນຫຼວງວຽງຈັນ ໂດຍໄດ້ມີການແຫ່ມາປະດິດສະຖານໄວ້ທີ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ໃນເດືອນສິງຫາ 2020 ທີ່ຜ່ານມາ, ພາຍຫຼັງທີ່ມີການມອບ-ຮັບນີ້, ອໍານາດການປົກຄອງແຂວງອັດຕະປືຈະເປັນຜູ້ຮັກສາດູແລ ແລະ ໃຫ້ປະຊາຊົນແຂວງອັດຕະປືໄດ້ກາບໄຫວ້ ແລະ ເປັນບ່ອນສຶກສາຮຽນຮູ້ທາງປະຫວັດຂອງພຣະເຈົ້າໄຊຍະເສດຖາທິລາດໃຫ້ຄົນລຸ້ນຫຼັງ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ

