ງານໄຫຼເຮືອໄຟເນື່ອງໃນວັນບຸນອອກພັນສາປະວໍລະນາຢູ່ຫຼວງພະບາງຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້.
ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ສະຫາຍ ປອ ນາງສຸດາພອນ ຄົມທະວົງ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ ວັນທິດວັນທີ 20 ກັນຍາວ່າ: ປີນີ້ງານບຸນໄຫຼເຮືອໄຟຢູ່ນະຄອນຫລວງພະບາງ ຈະບໍ່ຍິ່ງໃຫ່ຍຄືກັບທຸກໆປີທີ່ຜ່ານມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມການແຈ້ງການຂອງຂັ້ນເທິງ, ຊຶ່ງໃນປີນີ້ຈະມີເຮືອໄຟທີ່ເຂົ້າປະກວດເອົາລາງວັນພຽງແຕ່ 4 ລໍາ ແລະ ເຮືອໄຟປະດັບງານທີ່ມາຈາກພາກສ່ວນ ອື່ນໆອີກປະມານ 8-10 ລໍາເທົ່ານັ້ນ ຊຶ່ງຕ່າງຈາກປີ 2019 ທີ່ຜ່າມາຊຶ່ງມີເຖິງ 60 ກວ່າລໍາ.
ອີງຕາມແຈ້ງການຂອງອໍານາດການປົກຄອງນະຄອນຫຼວງພະ ບາງ ພິທີທາງສາສະໜາກ່ຽວກັບການໄຫຼເຮືອໄຟຈະໄດ້ເລີ່ມຂຶ້ນໃນເວລາ 18 ໂມງ 30 ໃນຕອນແລງຂອງວັນທີ 3 ຕຸລາ ທີ່ວັດປ່າຮວກ, 19 ໂມງ 00 ຈະມີພິທີເປີດງານໄຫຼເຮືອໄຟຢ່າງເປັນທາງການ ໂດຍຈະມີຂະບວນແຫ່ເຮືອໄຟແຕ່ລະພາກສ່ວນ ໄປຕາມເສັ້ນທາງສີສະຫວ່າງວົງ ຈົນເຖິງທ່ານໍ້າວັດຊຽງທອງ ແລະ ເລີ່ມປ່ອຍເຮືອໄຟຢູ່ທ່າວັດ ດັ່ງກ່າວເພື່ອໃຫ້ໄຫຼລົງໄປຕາມລໍາແມ່ນໍ້າຂອງ.
ນັບແຕ່ວັນທີ 1 ຕຸລາເປັນຕົ້ນໄປວັດ ຕ່າງໆຢູ່ໃນເທດສະບານນະຄອນຫຼວງພະບາງ ຈະເລີ່ມປະດັບດ້ວຍການໄຕ້ ໂຄມໄຟ (ໂຄມຮູບດາວ, ໂຄມຮູບບັ້ງ ແລະ ອື່ນໆທີ່ເຮັດດ້ວຍໄມ້, ຫຸ້ມດ້ວຍກະດາດທີ່ມີຫຼາກຫຼາຍສີທີ່ສວຍງາມ ແລະ ໄຕ້ດ້ວຍທຽນ).
ຂ່າວ: ວຽງຈັນທາຍ
ພາບ: ເສດຖະກິດການຄ້າ

