ຈອມພູເບ້ຍ ສູງອັນດັບໜຶ່ງໃນລາວ ກາຍເປັນແຫຼ່ງທ່ອງທ່ຽວ ສວຍງາມຕາມທຳມະຊາດ

ຈອມພູເບ້ຍ ສູງອັນດັບໜຶ່ງໃນລາວ ກາຍເປັນແຫຼ່ງທ່ອງທ່ຽວ ສວຍງາມຕາມທຳມະຊາດ

ຈອມພູເບ້ຍ ເປັນຈອມພູສູງທີ່ສຸດໃນສປປ ລາວ ດ້ວຍຄວາມສູງ 2.820 ແມັດ ຈາກລະດັບໜ້ານໍ້າທະເລ, ຊຶ່ງໄດ້ຮັບການຂະໜານນາມວ່າ, ຫຼັງຄາຂອງປະເທດລາວ, ໂດຍສະເພາະຈຸດເດັ່ນທີ່ສຳຄັນຂອງພູເບ້ຍ ກໍຄືຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊອນເທິງຈອມພູ ຢ່າງສວຍງາມຕາມທຳມະຊາດ ທ່າມກາງມ່ານໝອກປົກຄຸມຕະຫຼອດເວລາ ເຮັດໃຫ້ບັນຍາກາດອ້ອມຮອບມີຄວາມອະລັງການ ແລະ ທົ່ວບໍລີເວນນັ້ນໜາວເຢັນຕະຫຼອດປີ.
ເມື່ອບໍ່ດົນມານີ້, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ທ່ານ ພັນຄຳ ວິພາວັນ ພ້ອມດ້ວຍຄະນະ ໄດ້ຂຶ້ນພິຊິດຈອມພູເບ້ຍ, ໂດຍມີເຈົ້າແຂວງໄຊສົມບູນ ທ່ານ ພົຕ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະພັກ-ຄະນະນຳ ແຂວງ ແລະ ທຸກພາກສ່ວນພາຍໃນແຂວງ ເຂົ້າຮ່ວມຂະບວນການ ຢ່າງຫຼວງຫຼາຍ.
ສຳລັບການຂຶ້ນພິຊິດຈອມພູເບ້ຍຄັ້ງນີ້, ຜູ້ເຂົ້າຮ່ວມຂະບວນການ ໄດ້ຊົມວິວທິວທັດທຳມະຊາດອັນສວຍງາມ ຂອງພູ້ເບ້ຍ ຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້ ດ້ວຍຄວາມປະທັບໃຈ ແລະ ທີ່ສຳຄັນຂະບວນການໄດ້ຂຶ້ນພິຊິດເຖິງເປົ້າໝາຍສູງສຸດ ກໍຄືຈອມພູເບ້ຍ ຢ່າງສະຫງ່າຜ່າເຜີຍ, ຊຶ່ງພູເບ້ຍ ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ຖືກຫຸ້ມຫໍ່ດ້ວຍຂົນ ທີ່ມີຄວາມສວຍງາມເປັນພິເສດ ແລະ ເປັນໜ້າອັດສະຈັນ ເມື່ອໄດ້ມາເຫັນ.
ຈອມພູເບ້ຍ ຢູ່ຫ່າງຈາກເທດສະບານແຂວງ ຂຶ້ນໄປປະມານ 40 ກວ່າກໂລແມັດ ແລະ ໃຊ້ເວລາ ປະມານ 2 ຊົ່ວໂມງກວ່າ. ສະເພາະຍ່າງຂຶ້ນໃຊ້ເວລາປະມານ 1 ຊົ່ວໂມງກວ່າ, ສະເພາະສະຖານທີນີ້ມີຈຸດຊົມວິວຢູ່ 3 ຈຸດ.

ຂໍ້ມູນ: ຈິນລະວອນ ວໍລະສົມບູນ

Related Articles

Leave a Reply