ຜູ້ນໍາພັກ-ລັດ ແລະ ປວງຊົນຊາວລາວ ໄດ້ຮ່ວມໃສ່ບາດມື້ເຊົ້ານີ້ວັນທີ 26 ກໍລະກົດ ເນື່ອງໃນງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າໄຊເຊດຖາທິລາດ ເປັນມື້ສຸດທ້າຍ (21-26 ກໍລະກົດ) ຢູ່ທີ່ວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂດຍມີຖວາຍທານ ແດ່ພະສົງ 39 ອົງ, ກ່ອນທີ່ຈະອັນເຊີນ ຫຼື ເຄື່ອນຍ້າຍ ຮູບປັ້ນພະເຈົ້າໄຊເຊດຖາທິລາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ໄປແຂວງອັດຕະປື ໃນວັນທີ 27 ກໍລະກົດນີ້ ແລະ ຈະຮອດແຂວງອັດຕະປືໃນວັນທີ 31 ກໍລະກົດທີ່ຈະມາເຖິງ ແລະ ຈະຍົກຂຶ້ນພະແທ່ນປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິລາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປືພ້ອມບຳເພັນກຸສົນ.
ໃນວັນທີ 27 ກໍລະກົດ ຈະມີການເຄື່ອນຍ້າຍໄປຮອດແຂວງ ບໍລິຄໍາໄຊ, ວັນທີ 28 ຮອດແຂວງຄໍາມ່ວນ, ວັນທີ 29 ຮອດແຂວງສະຫວັນນະເຂດ, ວັນທີ 30 ຮອດແຂວງຈໍາປາສັກ ແລະ ວັນທີ 31 ຮອດແຂວງອັດຕະປື, ສ່ວນມື້ສົມໂພດໃຫ່ຍຈະໄດ້ຈັດຂຶ້ນໃນວັນທີ 28 ພະຈິກ ທີ່ຈະມາເຖິງນີ້.
ແທ່ນຕັ້ງອະນຸສາວະລີພະເຈົ້າໄຊເຊດຖາທີ່ເຮັດດ້ວຍການເທທອງຫຼໍ່, ຮູບປັ້ນຊ້າງ, ຮູບປັ້ນຫຼໍ່ແມ່ນຊົງປະທັບຊ້າງປະທານພອນນັ່ງເທິງແຍ່ງຫຼັງຊ້າງ ທີ່ມີນໍ້າໜັກທອງລວມ18 ໂຕນ.
ຂ່າວ: ວຽງຈັນທາຍ
ພາບ: ຈັນທະວົງ

