ຈຳນວນຜູ້ເສຍຊີວິດຈາກອຸບັດເຫດຢູ່ແຂວງສະຫວັນນະເຂດມີຫຼາຍກວ່າແຂວງອື່ນໆໃນເດືອນຕຸລາຜ່ານມາ

ຈຳນວນຜູ້ເສຍຊີວິດຈາກອຸບັດເຫດຢູ່ແຂວງສະຫວັນນະເຂດມີຫຼາຍກວ່າແຂວງອື່ນໆໃນເດືອນຕຸລາຜ່ານມາ

ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ອຸບັດເຫດທີ່ເກີດຂຶ້ນໃນເດືອນຕຸລາ 2020 ທີ່ຜ່ານມາ ພົບວ່າ ແຂວງສະຫວັນນະເຂດ ມີຈໍານວນຜູ້ເສຍຊີວິດເຖິງ 15 ລາຍ ຈາກອຸບັດເຫດທີ່ເກີດຂຶ້ນ 71 ລາຍ ຊຶ່ງຖືວ່າຜູ້ເສຍຊີວິດມີຈຳນວນຫຼາຍກວ່າແຂວງອື່ນໆ ໃນຂອບເຂດທົ່ວປະເທດ, ຮອງລົງມາແມ່ນ ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 10 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 107 ລາຍ ແລະ ແຂວງຈໍາປາສັກ ມີຜູ້ເສຍຊີວິດ 10 ລາຍ ເຊັ່ນກັນ ຈາກອຸບັດເຫດທີ່ເກີດຂຶ້ນ 53 ລາຍ, ສ່ວນແຂວງທີ່ບໍ່ມີຜູ້ເສຍຊີວິດຈາກອຸບັດເຫດມີແຂວງໄຊສົມບູນ ແລະ ແຂວງຜົ້ງສາລີ.

ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງໃຫ້ຮູ້ຕື່ມວ່າ: ໂດຍລວມແລ້ວ ຈໍານວນຜູ້ເສຍຊີວິດຈາກອຸບັດເຫດໃນເດືອນຕຸລາມີທັງໝົດ 79 ລາຍໃນຂອບເຂດທົ່ວປະເທດ. ອຸບັດເຫດສ່ວນຫຼາຍແມ່ນເກີດຈາກດື່ມສິ່ງມືນເມົາ ແລ້ວຂັບ, ຮອງລົງມາແມ່ນຄວາມໄວເກີນກໍານົດ, ອຸບັດເຫດສ່ວນຫລາຍແມ່ນເກີດຈາກກໍາມະກອນມີເຖິງ 312 ລາຍ, ຮອງລົງມາແມ່ນນັກຮຽນ-ນັກສຶກສາ ມີ 237 ລາຍ, ອຸບັດເຫດ ມັກເກີດໃນເວລາ  8 ໂມງ ຫາ 16 ໂມງ ແລະ ໃນວັນພັກລັດຖະການ.

ຂໍ້ມູນ: ກົມໃຫ່ຍຕໍາຫຼວດຈະລາຈອນ

ພາບ: 1623

Related Articles

Leave a Reply