ຈໍາປາສັກ, ສະຫວັນນະເຂດ ແລກປ່ຽນບົດຮຽນດ້ານພັດທະນາ

ຈໍາປາສັກ, ສະຫວັນນະເຂດ ແລກປ່ຽນບົດຮຽນດ້ານພັດທະນາ

ການນໍາແຂວງຈໍາປາສັກ ພ້ອມດ້ວຍຄະນະ ແລະ ນັກທຸລະກິດ ໄດ້ມາຖອດຖອນ ແລະ ແລກປ່ຽນບົດຮຽນຢູ່ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້.

ຄະນະດັ່ງກ່າວ ນໍາໂດຍ ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ໄປຢ້ຽມຢາມໂຄງການຮ່ວມໃຈສາຍໃຍໂລມາຄຳ, ເຊິ່ງໂຄງການດັ່ງກ່າວເປັນໂຄງການລຶບລ້າງຄວາມທຸກຍາກປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ທີ່ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ.

ໂຄງການນີ້ແມ່ນໄດ້ກໍານົດເອົາ 2 ບ້ານເປົ້າໝາຍຄື: ບ້ານປາແນະ (79 ຄອບຄົວ) ແລະ ບ້ານຕະຢົງ (56 ຄອບຄົວ) ໃນ 12 ບ້ານ ຂອງຈຸດສຸມຕັງອາໄລ-ລະແບງ. ໂຄງການຮ່ວມໃຈສາຍໃຍໂລມາຄຳໄດ້ສະໜອງເງື່ອນໄຂ ແລະ ຂໍ້ສະດວກຕ່າງໆ ໃຫ້ປະຊາຊົນ ໂດຍສະເພາະການເຈາະນ້ຳ ບາດານຈຳນວນ 7 ບໍ່, ສ້າງຝາຍນ້ຳລົ້ນ ຈຳນວນ 2 ແຫ່ງ, ປັບປຸງໜອງປາລວມ ໃຫ້ແກ່ບ້ານຕາຢົງ. ນອກນັ້ນທາງໂຄງການຍັງໄດ້ສະໜອງ ແນວພັນພືດໂດຍສະເພາະແມ່ນ ເຂົ້າ, ກ້ວຍ, ຖົ່ວດິນ, ຫວາຍ, ແຂມ, ໝາກຮຸ່ງ, ມັນຕົ້ນ ແລະ ໜາກມີ້.

ການຖອດຖອນບົດຮຽນຂອງການນໍາ ແລະ ນັກທຸລະກິດແຂວງຈໍາປາສັກໃນຄັ້ງນີ້ກໍ່ເພື່ອນໍາເອົາບົດຮຽນ ແລະ ວິທີການຕ່າງໆ ຈາກ ໂຄງການຮ່ວມໃຈສາຍໃຍໂລມາຄໍາ ນໍາໄປແກ້ໄຂຄວາມທຸກຍາກຢູ່ແຂວງຈໍາປາສັກ ຊຶ່ງຍັງມີບ້ານທຸກຍາກ 9 ບ້ານ ຢູ່ເຂດຫ່າງໄກສອກຫຼີກ ຕາມເຂດຊາຍແດນ ຢູ່ ເມືອງມູນລະປະໂມກ ແລະ ເມືອງສຸຂຸມມາ.

ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພີມສະຫວັນພັດທະນາ)

ພາບ: ໜັງສືພີມສະຫວັນພັດທະນາ

Related Articles

Leave a Reply