ທ້າວ ແສງພະຈັນ (ໂງ່ນ) ໃຊ້ພ້າຖາງຫຍ້າຟັນ ນາງ ນໍ້າຂອງ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ ຊຶ່ງເຫດຈຸງໃຈໃນການກໍ່ເຫດໃນຄັ້ງນີ້ຜູ້ກ່ຽວໃຫ້ການວ່າຍ້ອນອາລົມບໍ່ດີ, ທັງສອງຄົນເປັນປະຊາຊົນ ບ້ານນາແຫນ ເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໂດຍເຫດດັ່ງກ່າວເກີດຂຶ້ນເວລາປະມານ 9 ໂມງ 50 ນາທີ ວັນທີ 16 ມີນາ 2026 ທີ່ຜ່ານມາ ຢູ່ບ້ານນາແຫນ ເມືອງ ບໍລິຄັນ ແຂວງບໍລິຄໍາໄຊ.
ທ້າວ ສົມພອນ ຜູ້ເຫັນເຫດການ ໄດ້ໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ວ່າ: ກ່ອນເກີດເຫດ,ທ້າວ ສົມພອນ ແມ່ນໄດ້ໄປເອົາເປົາຖ່ານລົງຈາກລົດຮຸ່ນໃດ ຢູ່ເຮືອນຂອງ ນາງ ວົງ ທີ່ບ້ານນາແຫນ ໂດຍທີ່ໄດ້ບອກໃຫ້ ທ້າວ ເອັ່ງ ເອົາລົງຊ່ວຍ ຫຼັງຈາກທີ່ເອົາເປົາຖ່ານລົງແລ້ວ ພວກກ່ຽວທັງສອງແມ່ນໄດ້ຍ່າງອອກມາໜ້າເຮືອນ ແລະ ກໍາລັງຈະປິດປະຕູຮົ້ວໜ້າເຮືອນ ໄດ້ມີນາງ ນໍ້າຂອງ (ຜູ້ເສຍຊີວິດ) ຂີ່ລົດຈັກມາຈອດ ແລ້ວຮ້ອງໃສ່ ທ້າວ ເອັ່ງ ວ່າເອົາແກ້ວເບຍທີ່ກິນມື້ຄືນນີ້ໄປສົ່ງເຂົາແນ່ເດີ, ຈາກນັ້ນ ທ້າວ ໂງ່ນ (ຜູ້ກໍ່ເຫດ) ເຊິ່ງເປັນນ້ອງຊາຍຂອງ ທ້າວ ເອັ່ງ ທີ່ກໍາລັງຈັບພ້າອີ່ໂຕ້ຈໍານວນ 2 ດວງ ຖາງຫຍ້າຢູ່ໜ້າເຮືອນ ຫ່າງກັນ ປະມານ 10 ແມັດ, ຍາງມາຫາ ທ້າວ ສົມພອນ, ທ້າວ ເອັ່ງ ແລະ ນາງ ນໍ້າຂອງ ພໍມາຮອດ ທ້າວ ໂງ່ນ ໄດ້ຖາມ ນາງ ນໍ້າຂອງ ວ່າ ໄປໃສມາ, ນາງ ນໍ້າຂອງ ໄດ້ຕອບວ່າໄປສົ່ງລູກຢູ່ໂຮງຮຽນມາ ຈາກນັ້ນ ທ້າວ ໂງ່ນ ໄດ້ຍ່າງໄປທາງດ້ານຫຼັງ ຂອງ ນາງ ນໍ້າຂອງ ແລ້ວໄດ້ລົງມືໃຊ້ພ້າທີ່ຕົນຈັບຢູ່ນັ້ນຟັນໃສ່ ນາງ ນໍ້າຂອງ ຈຳນວນ 1 ບາດ, ຖືກບໍລິເວນບ່າໄລ່ດ້ານຫຼັງ; ນາງ ນໍ້າຂອງ ຈຶ່ງໄດ້ແລ່ນອອກຈາກລົດຈັກ ຈາກນັ້ນ ທ້າວ ໂງ່ນ ໄດ້ແລ່ນນໍາ ນາງ ນໍ້າຂອງ ພ້ອມທັງໃຊ້ພ້າຢູ່ມືຈໍານວນ 2 ດວງ ຟັນໃສ່ ນາງ ນໍ້າຂອງ ອີກຈໍານວນຫຼາຍບາດ ຖືກບໍລິເວນຫົວ, ໃບໜ້າ, ມື ແລະ ຮ່າງກາຍ, ສ່ວນ ທ້າວ ສົມພອນ ແລະ ທ້າວ ເອັ່ງ ທີ່ຢູ່ໃນເຫດການນັ້ນແມ່ນບໍ່ກ້າເຂົ້າໄປຊ່ວຍແຕ່ຢ່າງໃດເພາະ ຢ້ານທ້າວ ໂງ່ນ ເອົາພ້າຟັນ. ຈາກນັ້ນ ຈຶ່ງມີປະຊາຊົນແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ ລົງມາລະງັບເຫດ.
ໃນເວລາທີ່ເຈົ້າໜ້າທີ່ມາຮອດ, ຜູ້ກ່ຽວ ຫຼື ຜູ້ກໍ່ເຫດແມ່ນບໍ່ໃຫ້ການຮ່ວມມືໃນການຈັບຕົວແຕ່ຢ່າງໃດ, ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າຈັບຕົວໂດຍທີ່ໃຊ້ຮູບການເຂົ້າຈັບຕົວຕາມຫຼັກການວິຊາສະເພາະ ປະມານ 40 ນາທີ ຈຶ່ງສາມາດຈັບຕົວຜູ້ກ່ຽວໄດ້.
ທ້າວ ໂງ່ນ ຜູ້ກໍ່ເຫດ ໄດ້ໃຫ້ການຮັບສາລະພາບວ່າ: ຜູ້ກ່ຽວແມ່ນໄດ້ເອົາພ້າມາຖາງຫຍ້າຢູ່ໜ້າເຮືອນຈໍານວນ 2 ດວງ ໃນເວລານັ້ນ ນາງ ນໍ້າຂອງ ຂີ່ລົດຈັກມາຈອດຢູ່ແຄມທາງໜ້າເຮືອນຂອງຜູ້ກ່ຽວໂດຍທີ່ມີ ທ້າວ ສົມພອນ ແລະ ທ້າວ ເອັ່ງ ຜູ້ເປັນອ້າຍແມ່ນຢືນລົມກັນຢູ່ ຜູ້ກ່ຽວຈຶ່ງເກີດມີແນວຄິດຫງຸດຫງິດຢາກຮ້າຍ ຈຶ່ງໄດ້ເອົາພ້າທີ່ຖາງຫຍ້າຢູ່ມືຈຳນວນ 2 ດວງ ຍ່າງເຂົ້າໄປຫາ ນາງ ນໍ້າຂອງ ພໍຍ່າງໄປຮອດຜູ້ກ່ຽວແມ່ນໄດ້ລົງມືເອົາພ້າຟັນໃສ່ ນາງ ນໍ້າຂອງ ເລີຍຈຳນວນຫຼາຍບາດ ບໍ່ສາມາດຈື່ໄດ້ ຈົນເຮັດໃຫ້ນາງ ນໍ້າຂອງ ລົ້ມລົງ ແລະ ພະຍາຍາມຈະບືນໜີ ຜູ້ກ່ຽວຈຶ່ງໃຊ້ພ້າຟັນ ນາງ ນໍ້າຂອງ ອີກຈຳນວນຫຼາຍບາດ ບໍ່ສາມາດຈື່ໄດ້ ຫຼັງຈາກກໍ່ເຫດແລ້ວຜູ້ກ່ຽວຈຶ່ງໄດ້ແລ່ນ ລົງໄປລີ້ຢູ່ແຄມນໍ້າຊັນ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວ.
ຜ່ານມາຜູ້ກໍ່ເຫດກັບ ນາງ ນໍ້າຂອງ ແມ່ນບໍ່ໄດ້ມີການຜິດຖຽງ ຫຼື ຄວາມຄຽດແຄ້ນຫຍັງກັນມາກ່ອນແຕ່ຢ່າງໃດ ສາເຫດທີ່ໃຊ້ພ້າພັນ ນາງ ນໍ້າຂອງ ແມ່ນຍ້ອນຄວາມຢາກຮ້າຍ, ບໍ່ສາມາດຄວບຄຸມຕົວເອງໄດ້ ຈຶ່ງລົງມືກໍ່ເຫດ.
ທີ່ມາ: ບ່າວດອນຂຽວ

