ຊາວສວນກາເຟບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ ຫຼາຍກວ່າ 60 ຄອບຄົວ ໄດ້ມີຊີວິດການເປັນຢູ່ດີຂຶ້ນ ຍ້ອນມີລາຍຮັບເພີ່ມຂຶ້ນຈາກການປູກຜັກປອດສານພິດເພື່ອສົ່ງຂາຍໃຫ້ແຫຼ່ງ ທ່ອງທ່ຽວ ທຳມະຊາດນ້ຳຕົກຕາດເຍືອງ.
ຫົວໜ້າຈຸ ຂອງກຸ່ມປູກຜັກປອດສານພິດ ບ້ານຫຼັກ 40 ທ່ານນາງ ໂສພາ ແກ້ວການດາ ກ່າວຕໍ່ທີມງານໜັງສືພິມວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ສະມາຊິກກຸ່ມປູກຜັກປອດສານພິດບ້ານຫຼັກ 40 ທັງໝົດແມ່ນຊາວສວນກາເຟ ຊຶ່ງໄລຍະການເກັບກ່ຽວແມ່ນໃຊ້ເວລາພຽງ 2-4 ເດືອນຕໍ່ປີ ແລະ ເມື່ອກ່ອນຫຼັງຈາກສິ້ນສຸດລະດູເກັບກ່ຽວກາເຟແລ້ວ ແມ່ນເຮັດອາຊີບຮັບຈ້າງທົ່ວໄປຊຶ່ງລາຍໄດ້ກໍ່ບໍ່ແນ່ນອນ. ແຕ່ຫຼັງຈາກທີ່ໄດ້ສ້າງຕັ້ງກຸ່ມປູກຜັກປອດສານພິດບ້ານຫຼັກ 40 ຂຶ້ນໃນເດືອນສິງຫາທີ່ຜ່ານມາ ໄດ້ເຮັດໃຫ້ສະມາຊິກພາຍໃນກຸ່ມ ມີລາຍໄດ້ທີ່ແນ່ນອນ ແລະ ເພີ່ມຂຶ້ນ ນອກຈາກລາຍໄດ້ຫຼັກຈາກການຂາຍກາເຟແລ້ວ ແຕ່ລະຄອບຄົວຍັງມີລາຍໄດ້ ຈາກການຂາຍຜັກປອດສານພິດຕື່ມອີກຕັ້ງແຕ່ 500.000 ຫາ 5.000.000 ຕໍ່ເດືອນ ຊຶ່ງຂຶ້ນກັບຄວາມດຸໝັ່ນຂອງແຕ່ລະຄອບຄົວ.
ຜູ້ອຳນວຍການ ບໍລິສັດພັດທະນາ ແຫຼ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ແລະ ທັງເປັນປະທານ ຂອງກຸ່ມປູກຜັກປອດສານພິດບ້ານຫຼັກ 40 ທ່ານນາງ ສອນທິດາ ອຸນາພົມ ໄດ້ກ່າວວ່າ: ທີ່ຜ່ານມາແຫຼ່ງທ່ອງທ່ຽວນ້ຳຕົກຕາດເຍືອງແມ່ນຮັບຊື້ຜົນຜະລິດຈາກຊາວບ້ານ ຫຼັກ 40 ມາໂດຍຕະຫຼອດ ແຕ່ການສ້າງຕັ້ງກຸ່ມແມ່ນ ເພື່ອສະໜັບສະໜູນຊາວບ້ານໃຫ້ມີຄວາມສາມັກຄີກັນ ພ້ອມທັງເປັນການຮັບປະກັນດ້ານຄຸນນະພາບ, ພ້ອມທັງລາຄາ ແລະ ປະລິມານໃຫ້ພຽງພໍກັບຄວາມຕ້ອງການຕະຫຼອດປີ.ໃນຂະນະດຽວກັນທາງບໍລິສັດຍັງໄດ້ອະນຸຍາດໃຫ້ສະມາຊິກປູກຜັກໃນເນື້ອທີ່ 5 ເຮັກຕາ ໂດຍບໍ່ເສຍຄ່າເຊົ່ານຳອີກດ້ວຍ.
ພາບ-ຂ່າວ: ໜິງ

