ພະບາດສົມເດັດ ວະຊິຣາລົງກອນ ປະສູດເມື່ອວັນທີ 28 ກໍລະກົດ ພສ 2495 (ຄສ 1952) ທີ່ ພະລາດຊະວັງ ດຸສິດ, ບາງກອກ, ປະເທດ ໄທ, ເປັນພະຣາຊະໂອລົດ ອົງທີ 2 ໃນຈຳນວນ 4 ພະອົງ ແລະ ເປັນພະຣາຊະໂອລົດອົງດຽວຂອງ ພະບາດສົມເດັດພະມະຫາພູມິພົນ ອະດຸນຍະເດດ (ຣາຊະການທີ 9) ແລະ ສົມເດັດພະນາງເຈົ້າ ສິຣິກິດ.
ໃນວັນທີ 28 ທັນວາ 1972 (ພ.ສ 2515), ພະບາດສົມເດັດພະມະຫາພູມິພົນ ອະດຸນຍະເດດ ໄດ້ມີພຣະປະສົງ ຈັດຕັ້ງພິທີສະຖາປະນາ ສົມເດັດ ພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນ ເປັນມົງກຸດຣາຊະກຸມມານ ແຫ່ງ ລາຊະອານາຈັກໄທ ພ້ອມປະທານພຣະຣາຊະນາມວ່າ: ສົມເດັດພຣະບໍຣົມໂອສາທິຣາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມມົງກຸດຣາຊະກຸມານ.
ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ມີ ພະທິດາ 2 ພະອົງ ແລະ ພະໂອຣົດ 1 ພະອົງ:
ສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ, ປະສູດໃນວັນທີ 7 ທັນວາ 1978 (ພ.ສ 2521)
ສົມເດັດ ພະເຈົ້າລູກເທີ ເຈົ້າຟ້າສິຣິວັນວະຣີ ນາຣີລັດ, ປະສູດໃນວັນທີ 8 ມັງກອນ 1987 (ພ.ສ 2530)
ສົມເດັດ ພະເຈົ້າລູກຍາເທີ ເຈົ້າຟ້າທີປັງກອນ ຣັດສະໝີໂຊດ, ປະສູດໃນວັນທີ 29 ເມສາ 2005 (ພ.ສ 2548)
ດ້ານການສຶກສາ
1956 – 1966 ການສຶກສາຊັ້ນ ອານຸບານ ແລະ ປະຖົມສຶກສາ ທີ່ໂຮງຮຽນ ອຸດອນຮໍ ໃນ
ພະລາດຊະວັງດຸສິດ ແລະ ໂຮງຮຽນຈິດລະດາ, ບາງກອກ, ປະເທດໄທ.
ມັງກອນ – ກັນຍາ 1966 ສຶກສາທີ່ ໂຮງຮຽນກຽມປະຖົມສຶກສາ ຄິງສ໌ມິດ, ເມືອງ ຊີຟອດ, ແຄວ້ນ ຊັດເຊັກ, ປະເທດອັງກິດ (King’s Mead Preparatory School, Seaford, Sussex, England).
ກັນຍາ 1966 – ກໍລະກົດ 1970 ສຶກສາຊັ້ນມັດທະຍົມທີ່ ໂຮງຮຽນມິລຟິລ, ແຄວ້ນຊຳເມີ້ເຊັດ, ປະເທດອັງກິດ (Millfield School, Somerset, England).
ສິງຫາ 1970 – ພຶດສະພາ 1971 ສຶກສາວິຊາການທະຫານທີ່ ໂຮງຮຽນຄິງ, ເຂດພາຣາມັດຕາ, ຊິດນີ້, ປະເທດອົດສະຕຼາລີ (King’s School, Parramatta, Sydney, Australia).
ມັງກອນ 1972 – ທັນວາ 1976 ປະລິນຍາຕີສາຂາວິຊາອັກສອນສາດ (ຫຼັກສູດການທະຫານ), ຄະນະສຶກສາດ້ານການທະຫານ, ມະຫາວິທະຍາໄລ ນິວເຊົ້າເວວ, ປະເທດ ອົດສະຕຼາລີ (University of New South Wales, Faculty of Military Study).
ຕຸລາ 1977 – ກັນຍາ 1978 ເຂົ້າສຶກສາທີ່ ໂຮງຮຽນ ເສນາທິການທະຫານບົກໄທ, ລຸ້ນທີ 56.
ກໍລະກົດ 1984 – ຕຸລາ 1987 ປະລິນຍາຕີສາຂານິຕິສາດ, ມະຫາວິທະຍາໄລສຸໂຂໄທ ທຳມາທິຣາດ, ບາງກອກ, ປະເທດໄທ.
ມັງກອນ – ທັນວາ 1990 ເຂົ້າຮັບການສຶກສາ ແລະ ສຳເລັດການສຶກສາທີ່ ວິທະຍາໄລປ້ອງກັນປະເທດ, ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.
ດ້ານການປະຕິບັດວຽກທາງການທະຫານ
9 ທັນວາ 1975 ເຈົ້າໜ້າທີ່ຝ່າຍເສນາທິການ, ກົມການຂ່າວກອງທັບບົກ.
6 ຕຸລາ 1978 ນາຍທະຫານຝ່າຍບໍລິຫານ, ໜ່ວຍທະຫານຮັກສາຄວາມປອດໄພ ແລະ
ອາລັກຂາພະອົງ, ກອງພັນທະຫານຮາບທີ 1, ກົມທະຫານຮາບທີ 1.
28 ພະຈິກ 1980 ຜູ້ບັນຊາການ ໜ່ວຍທະຫານຮັກສາຄວາມປອດໄພ ແລະ ອາລັກຂາພະອົງ,
ກອງພັນທະຫານຮາບທີ 1, ກົມທະຫານຮາບທີ 1.
13 ກຸມພາ 1984 ເປັນຜູ້ບັນຊາການ, ກອງທະຫານຮັກສາຄວາມປອດໄພ ແລະ ອາລັກຂາພະອົງ.
30 ກໍລະກົດ 1988 ຜູ້ບັນຊາການສູງສຸດ, ກອງບັນຊາການທະຫານຮັກສາຄວາມປອດໄພ
ແລະ ອາລັກຂາພະອົງ.
9 ມັງກອນ 1992 ຜູ້ບັນຊາການສຸງສຸດ ກອງບັນຊາການຖວາຍຄວາມປອດໄພຮັກສາພະອົງ,
ສຳນັກງານຜູ້ບັນຊາການທະຫານສູງສຸດ.
4 ພຶດສະພາ 1994 ຄູຝຶກນັກບິນ ເຮືອບິນລຸ້ນ F – 5 E/F.
ຊັ້ນຍົດທາງທະຫານ
ພົນເອກ ຂອງກອງທັບບົກໄທ.
ພົນເຮືອເອກ ຂອງກອງທັບເຮືອໄທ.
ພົນອາກາດເອກ ຂອງກອງທັບອາກາດໄທ.
ການຝຶກອົບຮົມທາງການທະຫານ
ມັງກອນ – ຕຸລາ 1976
ກອງທັບບົກລາຊະອານາຈັກໄທ
ໄດ້ຮັບທຶນການສຶກສາຈາກກອງທັບບົກ ເພື່ອເຂົ້າຮັບການຝຶກອົບຮົມ ແລະ ສຶກສາວຽກງານທາງການທະຫານເພິ່ມເຕີມ ທີ່ ປະເທດອົດສະຕຼາລີ.
ເຂົ້າປະຈຳການເປັນນາຍທະຫານ ປະຈຳຫນ່ວຍກອງປະຕິບັດການທາງອາກາດພິເສດ ທີ່ ເມືອງ ເພີດສ໌, ລັດເວດເຕີນອົດສະຕຼາລີ, ປະເທດ ອົດສະຕຼາລີ.
ຫຼັກສູດ ແລະ ການຝຶກອົບຮົມ
ຫຼັກສູດອາວຸດຫນ່ວຍກຳລັງພິເສດ, ການທຳລາຍຫນ່ວຍກຳລັງພິເສດ ແລະ ຍຸດທະວິທີການສູ້ຮົບນອກຮູບແບບ.
ຝຶກອົບຮົມການນຳທາງທາງເຮືອຂັ້ນສູງ (Advanced Navigation Training)
ຫຼັກສູດການລາດຕະເວນ ແລະ ການວາງແຜນນຳທາງ ທາງເຮືອຂັ້ນສູງ (Advanced Patrol and Navigation Course)
ຫຼັກສູດການໂດດຈ້ອງຂັ້ນພື້ນຖານ (Basic Parachutist Course)
ທັນວາ 1979 – ມັງກອນ 1980
ຫຼັກສູດຝຶກການບິນເຮລິຄອບເຕີ UH – 1H ລວມຊົ່ວໂມງບິນ: 59.36 ຊົ່ວໂມງ
ຫຼັກສູດຝຶກການບິນເຮລີຄອບເຕີໂຈມຕີຕິດອາວຸດ Bell AH – 1S COBRA ລວມຊົ່ວໂມງບິນ: 1 ຊົ່ວໂມງ
ເດືອນ ກຸມພາ – ພຶດສະພາ 1980
ເຂົ້າຮັບການຝຶກອົບຮົມທາງການທະຫານ ຢູ່ ສະຖາບັນການຊ່ວຍເຫຼືອທາງການທະຫານຂອງ ກອງທັບບົກ ສ.ອາເມຣິກາ, ຄ້າຍຟ໊ອດແບັກ, ລັດແຄໂລໄລນາເໜືອ, ປະເທດ ສ.ອາເມລິກາ,
ເຊິ່ງໄດ້ຜ່ານຫຼັກສູດຕ່າງໆດັ່ງລຸ່ມນີ້:
ຫຼັກສູດປືນຂະໜາດນ້ອຍ ແລະ ປືນຄົກ
ຫຼັກສູດພາລະກິດພິເສດ
ຫຼັກສູດການຕໍ່ຕ້ານການກໍ່ການຮ້າຍ
ຫຼັກສູດສົງຄາມກອງໂຈນ
ຫຼັກສູດຝຶກການເອົາໂຕລອດ
ຫຼັກສູດການໂດດຈ້ອງ (ທາງບົກ ແລະ ທາງທະເລ)
ເດືອນ ມິຖຸນາ – ກໍລະກົດ 1980
ຝຶກການບິນເຮລິຄອບເຕີ Bell UH – 1H ແລະ Bell UH – 1N
ລວມຊົ່ວໂມງການບິນ: 249.56 ຊົ່ວໂມງ
ເດຶອນ ກັນຍາ – ຕຸລາ 1980
ສຳເລັດການຝຶກອົບຮົມຫຼັກສູດເຮືອບິນເຮລີຄອບເຕີໂຈມຕີຕິດອາວຸດ (Bell UH – 1H), ກອງທັບບົກ ລາຊະອານາຈັກໄທ, ລວມຊົ່ວໂມງການບິນ: 54.50 ຊົ່ວໂມງ
ເດືອນ ທັນວາ 1980 – ກຸມພາ 1981
ຝຶກຂັບເຮືອບິນລຸ້ນ Fixed- Wing Siai – Marchetti SF 260 MT
ລວມຊົ່ວໂມງການບິນ: 172.20 ຊົ່ວໂມງ
ເດືອນ ມີນາ – ກໍລະກົດ 1981
ຝຶກຂັບເຮືອບິນລຸ້ນ Cessna T – 37
ລວມຊົ່ວໂມງການບິນ: 240 ຊົ່ວໂມງ
ເດືອນຕຸລາ – ທັນວາ 2981
ເຂົ້າຮ່ວມການສັງເກດການວຽກງານທາງການທະຫານ ແລະ ຕຳຫຼວດ ຢູ່ປະເທດອັງກິດ, ແບນຊິກ, ເຢຍລະມັນ, ເນເທີແລນ, ຝຣັ່ງ ແລະ ອົດສະຕຼາລີ.
ເດືອນ ຕຸລາ 1982 – ກັນຍາ 1983
ເຂົ້າຮ່ວມ ແລະ ສຳເລັດການຝຶກອົບຮົມຫຼັກສູດຝຶກນັກບິນທາງທະຫານສາກົນຂອງ ກອງທັບອາກາດ ສ. ອາເມລິກາ ລູ້ນ F-5 (ລຸ້ນພິເສດ) ແລະ ຫຼັກສູດຝຶກນັກບິນຂັບໄລ່ຂັ້ນສູງ ລຸ້ນ 83 ATW ທີ່ ຖານທັບອາກາດ ວິນລຽມ, ລັດ ອາລິໂຊນາ, ປະເທດ ສ.ອາເມລິກາ.
ລວມຊົ່ວໂມງການບິນ: 2000 ຊົ່ວໂມງ
ປະຕິບັດການສູ້ຮົບ
ໃນໄລຍະເວລາທີ່ປະເທດໄທ ຍັງປະສົບກັບກຸ່ມກໍ່ຄວາມບໍ່ສະຫງົບ, ພຣະອົງໄດ້ເຂົ້າຮ່ວມການສູ້ຮົບ ເພື່ອພາລະກິດຕໍ່ຕ້ານກຸ່ມກໍ່ຄວາມບໍ່ສະຫງົບ ໃນເຂດພາກເໜືອ ແລະ ພາກຕາເວັນອອກສຽງເໜືອ ຂອງປະເທດ ເປັນແຕ່ລະໄລຍະ ລວມເຖິງປະຕິບັດພາລະກິດຄຸ້ມຄອງພື້ນທີ່ອ້ອມຄ່າຍຜູ້ລີ້ໄພຊາວກຳປູເຈຍ ທີ່ ພູເຂົາລ້ານ ຈັງຫວັດຕຣາດ.
ພຣະລາຊະກິດ
ນັບຕັ້ງແຕ່ອາຍຸຍັງນ້ອຍ ພະອົງໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ແທນ ພະບາດສົມເດັດ ພະເຈົ້າຢູ່ຫົວ ແລະ ສົມເດັດພະລາຊິນີ ໃນພະລາດຊະພິທີຕ່າງໆທັງໃນປະເທດ ແລະ ຕ່າງປະເທດ. ຕໍ່ມາໃນໄລຍະຫຼັງ ພະອົງໄດ້ດຳເນີນພາລະກິດຕ່າງໆຫຼາຍຂຶ້ນເລື້ອຍໆ ທັງໃນນາມຂອງພະບາດສົມເດັດ ພະເຈົ້າຢູ່ຫົວ ແລະ ສົມເດັດ ພະລາຊິນີ ແລະ ທັງໃນນາມຂອງພະອົງເອງ. ຢູ່ພາຍໃນປະເທດ, ພະອົງໄດ້ສືບຕໍ່ສະເດັດເຂົ້າຮ່ວມ ພະລາດຊະພິທີທາງການ ແລະ ພິທີການສຳຄັນຫຼາກຫຼາຍປະເພດຢ່າງສະໝ່ຳສະເໝີ ຕະຫຼອດຈົນເຖິງການເປັນປະທານໃນກອງປະຊຸມສຳຄັນຕ່າງໆ ແລະ ໄດ້ໃຫ້ຄຳແນະນຳແກ່ປະຊາຊົນໃນດ້ານກົດໝາຍ ແລະ ບັນຫາທີ່ມີຄວາມສຳຄັນຈຳເປັນອື່ນໆ. ໃນຕ່າງປະເທດ, ພະອົງຍັງໄດ້ເປັນຜູ້ແທນຂອງພະບາດສົມເດັດ ພະເຈົ້າຢູ່ຫົວ ແລະ ສົມເດັດ ພະລາຊິນີ ສະເດັດໄປຢ້ຽມຢາມທາງການປະເທດເພື່ອນມິດທົ່ວທຸກທະວີບໃນແຕ່ລະປິ ແລະ ຍັງໄດ້ໃຫ້ການຕ້ອນຮັບແຂກບຸກຄົນສຳຄັນຈາກຕ່າງປະເທດເຂົ້າຢ້ຽມຂ່ຳນັບຢ່າງສະໝ່ຳສະເໜີໃນໂອກາດເດີນທາງມາຢ້ຽມຢາມປະເທດໄທ.
ນອກຈາກນີ້, ພະອົງຍັງໃຊ້ເວລາສ່ວນໃຫຍ່ໃນການຕິດຕາມພະບາດສົມເດັດ ພະເຈົ້າຢູ່ຫົວ ໃນໂອກາດສຳຄັນຕ່າງໆ ລວມເຖິງຕິດຕາມ ສົມເດັດພະລາຊິນີ ໃນການສະເດັດຢ້ຽມຢາມພາກໃຕ້, ພາກຕາເວັນອອກສຽງເໜືອ ແລະ ພາກເໜືອຂອງປະເທດໄທ ເປັນປະຈຳທຸກປີ ເພື່ອຊີ້ນຳ ແລະ ຕິດຕາມກວດກາໂຄງການ ແລະ ກິດຈະກຳ ການພັດທະນາຕ່າງໆຂອງໂຄງການພະລາດຊະດຳຣິ.
ພະລາດຊະກິດຕ່າງໆເຫຼົ່ານີ້ ຍັງໄດ້ຮັບການສະໜັບສະໜູນຢ່າງຫ້າວຫັນຈາກ ພະທິດາ ທັງສອງ ພະອົງຄື: ສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ແລະ ສົມເດັດ ພະເຈົ້າລູກເທີ ເຈົ້າຟ້າສິຣິວັນວະຣີ ນາຣີລັດ.

