ຊີເກມຄັ້ງທີ 31 ປີ 2021 ເຈົ້າພາບຫວຽດນາມ ກໍານົດ 36 ປະເພດກີລາແຂ່ງຂັນ

ຊີເກມຄັ້ງທີ 31 ປີ 2021 ເຈົ້າພາບຫວຽດນາມ ກໍານົດ 36 ປະເພດກີລາແຂ່ງຂັນ

ສສ ຫວຽດນາມ ກຽມຈັດງານມະຫະກຳກິລາຊີເກມຄັ້ງທີ 31 ລະຫວ່າງ ວັນທີ 21 ພະຈິກ ຫາ 2 ທັນວາ 2021 ແລະ ກໍານົດ ເອົາ 36 ປະເພດກີລາແຂ່ງຂັນໃນຄັ້ງນີ້, ຊຶ່ງສະຖານທີ່ແຂ່ງຂັນຫຼັກໃນນະຄອນຫຼວງຮ່າໂນ້ຍ ແລະ ອີກ 10 ຕົວເມືອງໃກ້ຄຽງ ໂດຍສະເພາະ ຜູ້ເຂົ້າຮ່ວມໃນງານຄັ້ງນີ້ ຈະບໍ່ມີບ້ານນັກກິລາ ແຕ່ຈະໃຊ້ບັນດາໂຮງແຮມໃນເຂດໃກ້ຄຽງເປັນບ່ອນພັກເຊົານັກກີລາ.

ຄະນະນໍາກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກໍາມະການໂອແລມປິກແຫ່ງຊາດ ລາວໄດ້ເຂົ້າຮ່ວມປະຊຸມທາງໄກ ກັບຄະນະມົນຕີ ຊີເກມຄັ້ງທີ 31 ຈາກປະເທດໃນອາຊຽນ ທີ່ ສສ ຫວຽດນາມ ເມື່ອອາທິດຜ່ານມານີ້, ເພື່ອປຶກສາຫາລືດ້າວຽກງານເຕັກນິກຈັດການແຂ່ງຂັນ, ການບັນຈຸປະເພດກິລາ, ການຫ້າມໃຊ້ສານກະຕຸ້ນຂອງນັກກິລາ ແລະ ບັນຫາອື່ນໆ .

ສໍາລັບ 36 ປະເພດກລາທີ່ຈະແຂ່ງຂັນໃນຄັ້ງນີ້ ປະກອບມີ: ກິລາແລ່ນ-ລານ, ລອຍນໍ້າ, ຍິງທະນູ, ດອກປິກໄກ່, ບານບ້ວງ,  ບິນລຽດ-ສະນຸກເກີ, ມວຍສາກົນ,  ເຮຶອຄາຍັກ,  ໝາກເສິກ-ຊຽງຊິ (ໝາກເສິກ ແບບຈີນ), ລົດຖີບ, ເຕັ້ນລີລາດ, ຟັ ດາບ, ເຕະບານ-ຟຸດຊໍ, ກັອບ, ຢິນາດສະຕິກ, ບານສົ່ງໃນຮົ່ມ-ຫາດຊາຍ, ຢູໂດ, ຄາຣາຕໂດ, ມວຍ, ປັນຈັກສີລັດ, ເປຕັງ, ໂຍນນໍ້າໜັກ, ກະຕໍ້, ຍິງປືນ, ປິ່ງປ່ອງ, ເທຄວັນໂດ, ເທັນນິດ, ຍົກນໍ້າໜັກ, ມວຍປໍ້າ, ວູຊູ, ເພາະກາຍ, ມວຍກູຣັດ,  ຄິກບ໊ອກຊິງ ແລະ ໂວວິມານ.

ຂ່າວ: ວຽຈັນທາຍ

Related Articles

Leave a Reply