ຊົມເຊີຍ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ

ຊົມເຊີຍ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ

 ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ສົ່ງສານ ເຖິງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເມື່ອວັນທີ 17 ທັນວາ 2020 ທີ່ຜ່ານມາເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ (19ທັນວາ 1950-19 ທັນວາ 2020).
 ເນື້ອໃນສານດັ່ງກ່າວ ໂດຍມີບາງຕອນທີ່ສໍາຄັນວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.
ຕະຫຼອດໄລຍະເວລາ 7 ທົດສະວັດ ແຫ່ງການສ້າງຕັ້ງສາຍພັວພັນການທູດຢ່າງເປັນທາງການຮ່ວມກັນ ລະຫວ່າງ ສອງປະເທດ ລາວ ແລະ ໄທ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງໃນແຕ່ລະດ້ານເປັນກ້າວໆຕະຫຼອດມາ, ເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ກົນໄກຮ່ວມມືຕ່າງໆ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມີການເຄື່ອນໄຫວຢ່າງມີປະສິດທິຜົນ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ, ເຊິ່ງທັງໝົດນັ້ນ ໄດ້ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການເພີ່ມພູນຄູນສ້າງສາຍພົວພັນ ລາວ-ໄທ. ຂ້າພະເຈົ້າ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ – ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານສາທາລະນະສຸກ, ກະສິກໍາ ແລະ ການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະ ການພັດທະນາເສັ້ນທາງຄົມມະນາຄົມທາງບົກຂ້າມແມ່ນໍ້າຂອງ ເພື່ອເຊື່ອມຈອດກັບອະນຸພາກພື້ນ. ພິເສດ, ສອງປະເທດພວກເຮົາ ມີຂົວຂ້າມແມ່ນໍ້າເຖິງ 4 ແຫ່ງ ແລະ ພວມສ້າງອີກຈໍານວນໜຶ່ງ ເພື່ອເຊື່ອມຈອດ ລະຫວ່າງ ສອງປະເທດພວກເຮົາແຕ່ເໜືອຕະຫຼອດໃຕ້, ສິ່ງດັ່ງກ່າວ ໄດ້ກາຍເປັນປັດໃຈອັນສໍາຄັນໃນການກະຕຸກຊຸກຍູ້ການພັດທະນາເສດຖະກິດ ຂອງສອງປະເທດພວກເຮົາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ກໍ່ຄືຂອງພາກພື້ນຢ່າງແທ້ຈິງ. ພິເສດ, ສອງປະເທດພວກເຮົາ ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງໃກ້ຊິດໃນການຮັບມືກັບໄພພິບັດທາງທໍາມະຊາດ ກໍຄືໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍການຮ່ວມມືກັນຢ່າງໃກ້ຊິດ ຂອງສອງຝ່າຍ ພາຍໃຕ້ກົນໄກການຮ່ວມມື ລາວ-ໄທ, ໄທ-ລາວ ທີ່ມີຢູ່, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ທີ່ຈະນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. 

ຂ່າວ: ສນຍ

Related Articles

Leave a Reply