Visit BigblueAgency
ຊຽງຂວາງ ກຽມພ້ອມຈັດງານຕ້ອນຮັບ 3 ເຫດການທີ່ສໍາຄັນຂອງຊາດ ໃນ  2020

ຊຽງຂວາງ ກຽມພ້ອມຈັດງານຕ້ອນຮັບ 3 ເຫດການທີ່ສໍາຄັນຂອງຊາດ ໃນ  2020

ແຂວງ ຊຽງຂວາງ ກຽມພ້ອມຈັດງານ ແລະ ສະເຫຼີມສະຫຼອງພ້ອມກັນ 3 ເຫດການທີ່ສໍາຄັນຂອງຊາດໃນເດືອນມີນາ 2020 ທີ່ຈະມາເຖິງນີ້ຄື: ສະເຫຼີມ ສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ແລະ ສະເຫຼີມສະຫຼອງ ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງ ຊຽງຂວາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຫວາງບໍ່ດົນມານີ້ ໃນໂອກາດທີ່ທ່ານ ເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຫໍປະຊຸມ ແຫ່ງຊາດ ນະຄອນຫຼວງວຽງຈັນວ່າ: ແຂວງ ຊຽງຂວາງ ກຽມພ້ອມຕ້ອນຮັບແຂກບ້ານແຂກເມືອງເຂົ້າມາຢ້ຽມຢາມ ແລະ ການສະເຫຼີມສະຫຼອງ 3 ເຫດການສໍາຄັນຂອງຊາດ ເຊິ່ງມັນ ເປັນຂະບວນການທີ່ໃຫຍ່ ແລະ ເປັນ ປະຫວັດສາດຂອງແຂວງຊຽງຂວາງ.

ໂດຍສະເພາະ ແຂວງຊຽງຂວາງ ໄດ້ຖືກເປັນເຈົ້າພາບຈັດງານແຂ່ງກິລາແຫ່ງຊາດ ຄັ້ງທີ 11 ລະຫວາງວັນທີ 22 ມີນາ ຫາ 1 ເມສາ 2020 ເຊິ່ງແມ່ນເປັນຄັ້ງປະຫວັດສາດ ຂອງແຂວງຊຽງຂວາງ ສະນັ້ນ ພວກເຮົາຈະເຮັດໃຫ້ດີທີ່ສຸດ ແລະ ທາງແຂວງພວກເຮົາ ກຳລັງເລັ່ງປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນບັນດາສະໜາມກິລາປະເພດ ຕ່າງໆ ແລະ ທີ່ພັກເຊົາອື່ນໆ ເພື່ອຮອງຮັບບັນດານັກກິລາ ແລະ ຄູຝຶກ ທີ່ມາຈາກແຂວງຕ່າງໆ, ປັບປຸງບັນດາເສັ້ນທາງໃຫ້ດີຂຶ້ນ, ປັບປຸງເຮືອນພັກ, ໂຮງແຮມ, ຮ້ານອາຫານຕ່າງໆ ເພື່ອຮອງຮັບ ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຊົມກິລາຄັ້ງນີ້  ພ້ອມນີ້ ຍັງໄດ້ສົ່ງເສີມໃຫ້ປະຊາຊົນ ຜະລິດເຄື່ອງຫັດຖະກຳສີໄມ້ລາຍມື ທີ່ເປັນມູນເຊື້ອຂອງແຂວງຊຽງຂວາງ ຕິດພັນກັບລັກສະນະຊາດ ເພື່ອໃຫ້ແຂກມາທ່ຽວຊົມ ໄດ້ຊື້ເປັນເຄື່ອງທີ່ລະນືກ ເປັນຂອງຕ້ອນຂອງຝາກນຳອີກ.

ຂ່າວ: ບົວຜັນ

ຮູບ: ປ໋ອງ

Related Articles

Leave a Reply