ຍັງມີບາງ​ປະ​ເທດນອກ​ພາກ​ພື້ນທີ່ມີການຍຸ​ແຍ່​ທີ່ສົ່ງຜົນກະທົບຕໍ່ກາ​ນ​ພົວ​ພັນ ​ລະ​ຫວ່າງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

ຍັງມີບາງ​ປະ​ເທດນອກ​ພາກ​ພື້ນທີ່ມີການຍຸ​ແຍ່​ທີ່ສົ່ງຜົນກະທົບຕໍ່ກາ​ນ​ພົວ​ພັນ ​ລະ​ຫວ່າງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

ອີງຕາມຂໍ້ມູນຈາກສະຖານທູດຈີນໃຫ້ຮູ້ວ່າ: ຍັງມີບາງ​ປະ​ເທດນອກ​ພາກ​ພື້ນຍັງ​ບໍ່​ສົນ​​ຕໍ່​ຄວາມ ​ພະ​ຍາຍ​າມຮ່ວມ​ກັນ​ຂອງ​ບັນດາປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໂດຍມີການ​ເຜີຍ​ແຜ່​ຂ່າວ​ປອມເຊັ່ນວ່າ: ​ຈີນຄວບ​ຄຸມ​ເຂື່ອນກັ້ນ​ນ້ຳ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຂອງ​ແຕ່​ພຽງ​ຝ່າຍ​ດຽວ ອັນ​ໄດ້​ເຮັດ​ໃຫ້​ ເກີດໄພ​ພິ​ບັດ​ຢູ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ຮຸນ​ແຮງ​ຂຶ້ນ ແລະ ​ອື່ນໆ, ການປ່ອຍຂ່າວດັ່ງກ່າວ ແມ່ນ ເພື່ອເຈດ​ຕະ​ນາ​ບິດ​ເບືອນ​ຄວາມ​ຈິງ, ຍຸ​ແຍ່​ກາ​ນ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ກໍ່​ກວນ​ຂະ​ບວນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.
ຫຼ້າສຸດຝ່າຍຈີນໄດ້​ໃຫ້​ຄວາມ​ຮູ້​ພື້​ນ​ຖານຈຳ​ນວນ​ໜຶ່ງ​ເພື່ອ​ໃຫ້​ສັງຄົມ​ຮັບ​ຮູ້​​ເລື່ອງຄວ​າມ​ເປັນ​ຈິ​ງ​ຢ່າງ​ຖືກ​ຕ້ອງໂດຍຝ່າຍຈີນຢັ້ງຢືນວ່າບໍ່ແມ່ນຕົ້ນເຫດທີ່ກໍ່ໃຫ້ເກີດໄພ​ແຫ້ງ​ແລ້ງ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຊຶ່ງສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ຝົນ​ຕົກ​ບໍ່​ພຽງ​ພໍ​ໃນ​ທົ່ວ​ລ້ອງ​ແມ່​ນ້ຳ​ ແຕ່​ບໍ່​ແມ່ນ​ຍ້ອນ​ຜົນ​ກະ​ທົບ​ຈາກ​ເຂື່ອນ​​ກັ້ນນ້ຳ​ຢູ່​ຍ່ານ​ເໜືອ, ເຂື່ອນຢູ່​​ຍ່ານ​ເໜືອ​ແມ່​ນ້ຳ ​ລ້ານ​ຊ້າງ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພີ່ມ​​ການ​ປ່ອຍນ້ຳ​ໃນ​ລະ​ດູ​ແລ້ງແຕ່​ບໍ່​ໄດ້​​ມີ​ລັກ​ສະ​ນະ​ເຄື່ອນ​ໄຫວແບບ​ກົງ​ກັນ​ຂ້າມ​ເຊັ່ນ​ການອ​ວ່າຍ​ແລວ​ນ້ຳແລະ​​ອື່ນໆ. ​ການ​ສ້າງ​ໂຄງ​ການຊັບພະຍາກອນນໍ້າ​ເປັນ​ວິ​ທີ​ທາງ​ອັນ​ສຳ​ຄັນ​ໃນ​ການ​ຄຸ້ມ​ຄອງ​ຕາມຫຼັກ​ວິ​ທະ​ຍາ​ສາດ ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ນ້ຳ​ຢ່າງ​ສົມ​ເຫດ​ສົ​ມ​ຜົນ, ແຕ່​ບໍ່​ແມ່ນ​ສາ​ເຫດ​ສຳ​ ຄັນ ​ອັນ​ດັບ​ໜຶ່ງ ​​ທີ່​ພາ​ໃຫ້​ເກີດ​ໄພ​ພິ​ບັດ.
ໂຄງ​ການ​ຊັບ​ພະ​ຍາ​ກອນ​ນ້ຳ​ສາ​ມາດ​ແກ້​ໄຂ​ບັນ​ຫາຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ຊັບ​ພະ​ຍາ​ກອນ​ນ້ຳ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ, ເປັນ​ວິ​ທີ​ອັນ​ສຳ​ຄັນ​ ແລະ ​ທາງ​ເລືອກ​ອັນ​ຈຳ​ເປັນ​ສຳ​ລັ​ບ​ບັນ​ດາ​ ປະ​ເທດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ, ທັງ​ມີ​ຜົນ​ດີ​ຕໍ່​​ກັບການ​​ປ້ອງ​ກັນ​ ແລະ ຕ້າ​ນແລ້ງ​​ຕ້ານຖ້ວມ​ຢ່າງ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ. ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກໍ​ມີ​ສິດ​ໃນ​ການ​ພັດ​ທະ​ນາ​ ແລະ ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ນ້ຳ​ຢ່າງ​ສົມ​ເຫດ​ສົມ​ຜົນ. ຕາມ​ສະ​ຖິ​ຕິ, ປັດ​ຈຸ​ບັນ, ປະ​ເທດ​​ຕ່າງໆ​ຢູ່ລຸ່​ມແມ່​ນ້ຳ​ຂອງ​ໄດ້​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ປະ​ເພດ​ຕ່າງ​ໆ 300 ກວ່າ​ແຫ່ງ​​ຢູ່ຕາມລຳ​ນ້ຳ​ຂອງ​ ແລະ ​ສາ​ຂາ​ຕ່າງໆ​ຂອງ​ແມ່​ນ້ຳ​ຂອງ​ໂດຍ​ອີງ​ຕາມ​ຄວາມ ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ. ຈີນ​ກໍ​ພວມ​ຕັ້ງ​ໜ້າ​ນຳ​ໃຊ້ໂຄງລ່າງພື້ນຖານຊັບພະຍາກອນນໍ້າ​ເພື່ອ​ປ້ອງ​ກັນ​ໄພ​ພິ​ບັດ, ນຳ​ໃຊ້​ແລະ​ອະ​ນຸ​ລັກ​ຊັບ​ພ​ະ​ຍາ​ກອນ​ນ້ຳເຊັ່ນ​ກັນ, ໃນ​ຂະ​ນະ​ດຽວ​ກັນ, ຈີນ​ຍັງ​ໄດ້​ສຸມ ​ໃສ່​​ການຮ່ວມ​ມືກັບ​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງຢ່າງ​ເປີດ​ເຜີຍ​ແລະ​ໂປ່ງ​ໃສ, ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ນ້ຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເພື່ອ​ບັນ​ລຸການ​ພັດ​ທະ​ນາ​ຮ່ວມ​ກັນ.

Related Articles

Leave a Reply