ຜູ້ຕິດເຊື້ອພະຍາດໂຄວິດ -19 ກໍລະນີທີ 23 ຫຼື ຜູ້ທີ 23 ໄດ້ປິ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍໄປຈໍາກັດບໍລິເວນຕໍ່ອີກ 14 ວັນ ຢູ່ບ້ານແລ້ວ ໃນມື້ວັນທີ 1 ພະຈິກ 2020 ທີ່ຜ່ານມາ, ຊຶ່ງເປັນເພດຊາຍ ອາຍຸ 29 ປີ, ເປັນນັກກິລາກອງທັບ ບັນຊາລົດຖັງ (ຂັບລົດຖັງ) ທີ່ໄດ້ກວດພົບເຊື້ອພະຍາດດັ່ງກ່າວໃນວັນທີ 10 ຕຸລາທີ່ຜ່ານມາ ຫຼັງຈາກທີ່ກັບມາຈາກແຂ່ງຂັນກິລາທາງການທະຫານຢູ່ລັດເຊຍ. ປັດຈຸບັນ ຍັງມີແຕ່ ກໍລະນີຜູ້ຕິດ ເຊື້ອ ຄົນທີ 24 ພຽງຄົນດຽວທີ່ຍັງນອນຮັກສາຕົວ ຢູ່ໂຮງໝໍມິດຕະພາບ.
ຜູ້ຕິດເຊື້ອກໍລະນີທີ 24 ນີ້ ແມ່ນນັກສຶກສາລາວ, ອາຍຸ 23 ປີ ອາໄສ ຢູ່ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຊຶ່ງຜູ້ກ່ຽວໄປຮຽນຕໍ່ຢູ່ປະເທດລັດເຊຍ ແລະ ໄດ້ເດີນທາງກັບມາຮອດ ສປປ ລາວໃນວັນທີ 18 ກັນຍາທີ່ຜ່ານມາໂດຍໄດ້ນໍາຕົວຜູ້ກ່ຽວໄປຈໍາກັດບໍລິເວນຢູ່ສູນຫຼັກທີ 27 ເມືອງໄຊທານີ ແລະ ກວດພົບເຊື້ອ.
ຂ່າວ: ວຽງຈັນທາຍ

