ກະຊວງສາທາລະນະສຸກປະເທດຍີ່ປຸ່ນຊ່ວຍເຫຼືອອຸປະກອນການແພດ ໃຫ້ແກ່ລັດຖະບານລາວ ຊຶ່ງເປັນເຄື່ອງກວດຫາເຊື້ອພະຍາດໂຄວິດ–19, ປະກອບມີເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ ເຊັ່ນ: ຜ້າປິດປາກ, ຖົງມື, ຊຸດກາວ ແລະ ອື່ນໆ.
ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 18 ທັນວາ 2020 ທີ່ຜ່ານມາ ຢູ່ ທີ່ສູນລະບາດວິທະຍາ ຊຶ່ງກ່າວມອບໂດຍ ທ່ານ ເຄອິໂຊະ ຕະເກວະກະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ.
ຂ່າວ: ວຽງຈັນທາຍ
ພາບ: ສັງຄົມໄຊ

