ລັດຖະບານຍີ່ປຸ່ນມອບລົດກະບະລາດຕະເວນ 30 ຄັນ ແລະ ອຸປະກອນອື່ນໆເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ ລວມມູນຄ່າ 200 ລ້ານເຢັນ ໃຫ້ລັດຖະບານລາວ ເພື່ອໃຊ້ໃນການຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນດ້ານຄວາມໝັ້ນຄົງ ແນໃສ່ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ພາຍໃຕ້ ໂຄງການຊ່ວຍເຫຼືອລ້າເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ.
ພິທີມອບ-ຮັບພາຫະນະ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນ ເມື່ອວັນທີ 20 ມັງກອນ 2021 ທີ່ຜ່ານມາ ຢູ່ກະຊວງປ້ອງກັນຄວາມສະຫງົບ ຊຶ່ງມອບໂດຍ ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ຂ່າວ: ວຽງຈັນທາຍ

