ສະຫະພັນດອກປີກໄກ່ແຫ່ງຊາດລາວ ກຽມເປິດການແຂ່ງຂັນດອກປີກໄກ່ທົ່ວປະເທດ ຊິງຂັນທ່ານປະທານສະພາແຫ່ງຊາດ ຄັ້ງທີ 20 ປະຈຳປີ 2020 ຫຼື ລາຍການ ເບຍລາວ ໂອເພັນ 2020, ລະຫວ່າງວັນທີ 24-28 ສິງຫາ ນີ້, ສ່ວນສະຖານທີ່ການແຂ່ງຂັນ ຍັງບໍ່ທັນກໍານົດເທື່ອ ໃນນະຄອນຫຼວງວຽງຈັນ.
ຈຸດປະສົງການແຂ່ງຂັນໃນຄັ້ງນີ້ ແມ່ນເປັນການສ້າງຂະບວນການຄໍານັບຮັບຕ້ອນວັນລັດຖະທໍາມະນູນແຫ່ງຊາດ (23 ສິງຫາ 2020) ພ້ອມທັງສືບຕໍ່ສົ່ງເສີມນັກກິລາດອກປີກໄກ່ ຮຸ່ນສືບທອດກ້າວສູ່ທີມຊາດ.
ທ່ານ ສົມສະແຫວງ ແສງສີວົງສາ, ຮອງປະທານ ແລະ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວ ແຈ້ງໃຫ້ຮູ້ວາ່: ປະຈຸບັນ ໄດ້ເຮັດໃບສະເໜີ ຫາກະຊວງສຶກສາທິການ ແລະ ກີລາ ເປັນທີ່ຮຽບຮ້ອຍແລ້ວ ເພື່ອຂໍອະນຸມັດ ສືບຕໍ່ຈັດລາຍການແຂ່ງຂັນດັ່ງກ່າວ. ສໍາລັບລາຍການແຂ່ງຂັນ ປະກອບມີ ປະເພດດ່ຽວເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 14 ປິ (ຍິງ-ຊາຍ), ປະເພດດ່ຽວເຍົາວະຊົນ ຊາຍ-ຍິງ ຮຸ່ນ 17 ປິ ແລະ ປະເພດຄູ່ສະໝັກຫຼີ້ນ ອາຍຸ 17-45 ປີ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

