ດົງລີງ ຫຼື ເອີ້ນອີກຊື່ໜຶ່ງວ່າ ປ່າດົງລີງ ຢູ່ບ້ານຊະຄຶນ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນແຫຼ່ງທ່ອງທ່ຽວໜຶ່ງທີ່ມີບົດບາດສຳຄັນໃນການສ້າງລາຍຮັບໃຫ້ປະຊາຊົນໃນຊຸມຊົນ.
ດົງລີງມີເນື້ອທີ່ປະມານ 11 ເຮັກຕາ ທີ່ປົກຫຸ້ມເຕັມໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ ແລະ ມີລີງອາໄສຢູ່ຫຼາຍກວ່າ 500 ໂຕ.
ທ່ານແສງຄຳ ປະຊາຊົນບ້ານຊະຄຶນໄດ້ກ່າວ ກຽ່ວກັບດົງລີງເມື່ອບໍ່ດົນມານີ້ວ່າ: ລີງດັ່ງກ່າວແມ່ນໄດ້ມາອາໄສຢູ່ແຕ່ສະໄໝປູ່ຍ່າຕາຍາຍພຸ້ນ ແຕ່ບໍ່ຮູ້ວ່າສະໄໝໃດ. ສິ່ງທີ່ເປັນຫ່ວງສຳລັບການປົກປັກຮັກສາລີງນີ້ແມ່ນເລື່ອງເກີດອຸບັດເຫດ, ດັ່ງທີ່ເຮົາຮູ້ລີງເປັນສັດທີ່ຂີ້ດື້ ມັນຈະແລ່ນຕາມທາງບາງທີເຫັນລົດມາມັນກໍ່ແລ່ນຕັດໜ້າບາງຄັ້ງຖືກລົດຢຽບ, ເຮັດໃຫ້ລີງເຈັບ ແລະ ຕາຍກໍ່ມີ ແລະ ອາດເວົ້າໄດ້ວ່າອຸບັດເຫດໄດ້ເກີດ ຂື້ນເກືອບທຸກມື້.
ອຳນາດການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ເປັນພິເສດໃນການປົກປັກຮັກສາຝູງລີງ ແລະ ສິ່ງແວດລ້ອມໂດຍສະເພາະຫ້າມຂ້າລີງ, ຫ້າມເຂົ້າຕັດໄມ້ທຳລາຍປ່າ ເຂດດົງລີງ ຖ້າຜູ້ໃດລະເມີດ ແມ່ນຈະຖືກລົງໂທດຢ່າງໜັກ, ສ່ວນປະຊາຊົນທ້ອງຖິ່ນກໍ່ເຫັນດີກັບມາດຕະການ ນີ້.
ຂ່າວ: ວຽງຈັນທາຍ

