ຕາດກວາງຊີ ນະຄອນຫຼວງພະບາງ ຈະກາຍເປັນແຫຼ່ງທ່ອງທ່ຽວລະດັບ 5 ດາວ

ຕາດກວາງຊີ ນະຄອນຫຼວງພະບາງ ຈະກາຍເປັນແຫຼ່ງທ່ອງທ່ຽວລະດັບ 5 ດາວ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງກຽມປັບປຸງພື້ນຖານໂຄງລ່າງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ໂດຍສະເພາະຕາດກວາງຊີ ຊຶ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງລະດັບໂລກໃຫ້ກາຍ ເປັນແຫຼ່ງທ່ອງທ່ຽວລະດັບ 5 ດາວໃນອະນາຄົດ.

ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ທ່ານ ນາງສຸດາພອນ ຄົມທະວົງ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວທີ່ໄດ້ ລົງເຄື່ອນ ໄຫວທັດສະນະແຫຼ່ງທ່ອງທ່ຽວຢູ່ແຂວງຫຼວງພະບາງພາຍໃຕ້ໂຄງການລາວທ່ຽວລາວ ວ່າ: ພະແນກ ຖວທ ແຂວງຫຼວງພະບາງ ກຽມປັບປຸງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວຕ່າງໆພາຍໃນແຂວງ ຊຶ່ງທາງແຂວງໄດ້ອະນຸ ມັດເງິນຈໍານວນ 1,7 ຕື້ກີບ ໃຫ້ທາງພະແນກໃນການປັບປຸງ. ສະເພາະແຫຼ່ງທ່ອງທ່ຽວຕາດກວາງຊີ ຈະມີການປັບປຸງ ມ້ານັ່ງ, ຕູບພັກຜ່ອນ, ປັບປຸງບ່ອນສະໜອງຂໍ້ມູນຂ່າວສານ, ການກໍ່ສ້າງທາງຂຶ້ນ-ລົງສໍາລັບຄົນພິການ ແລະ ອື່ນໆເພື່ອເຮັດໃຫ້ກາຍເປັນແຫຼ່ງທ່ອງທ່ຽວລະດັບ 5 ດາວທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply