ຕຳຫຼວດຈະລາຈອນ ໂຄສະນາເຜີຍແຜ່ການສັນຈອນຕາມເສັ້ນທາງ

ຕຳຫຼວດຈະລາຈອນ ໂຄສະນາເຜີຍແຜ່ການສັນຈອນຕາມເສັ້ນທາງ

ພະແນກ ຕຳຫຼວດຈະລາຈອນ ປກສ ເມືອງເງິນ ແຂວງ ໄຊຍະບູລິ ຮ່ວມກັບ ບໍລິສັດ ໄຟຟ້າ ຫົງສາຈໍາກັດ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບ ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກິດອຸບັດຕິເຫດ.

ການໂຄສະນາເຜີຍແຜ່ຄັ້ງນີ້ ໄດ້ຈັດຂື້ນ ຫວ່າງບໍ່ດົນມານີ້ ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນ ເມືອງເງິນ, ສະເໜີ ໂດຍ ທ່ານ ຮອ ຄໍາເຝືອນ ສີຫຼຽນທອງ, ຮອງຫົວໜ້າ ພະແນກຕຳຫຼວດຈະລາຈອນ ເມືອງເງິນ.

ຈຸດປະສົງຄັ້ງນີ້ ເພື່ອ ສ້າງຄວາມເຂົ່ໍ້າໃຈໃຫ້ບັນດານັກຮຽນ ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂີ່ລົດ ປອດໄຕາມຖະໜົນ, ຄວາມອັນຕະລາຍທີ່ເກີດຈາກອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ. ພ້ອມນັ້ນ ຍັງເລັ່ງໃສ່ວຽກງານການໂຄ­ສະ­ນາສຶກສາອົບ­ຮົມ ປູກຈິດສຳ­ນຶກໃຫ້ຜູ້ໃຊ້ລົດໃຊ້ຖະ­ໜົນໃຫ້ເຂົ້າ­ໃຈ ຮັບຮູ້ ຄວາມເປັນລະ­ບຽບຮຽບຮ້ອຍ ຄວາມປອດໄພຂອງການສັນ­ຈອນ ແລະ ມີຄວາມເປັນລະ­ບຽບທາງຖະໜົນ ຂອງຜູ້ຂັບຂີ່.

ສະເພາະປີກາຍນີ້, ທົ່ວປະເທດມີອຸບັດເຫດຕາມທ້ອງຖະໜົນ ທັງ ໝົດ 6.616 ຄັ້ງ, ໃນນັ້ນມີຄົນເສຍຊີວິດ 1,134 ຄົນ, ຄົນໄດ້ຮັບບາດເຈັບ 10.664 ຄົນ ແລະ ພາຫະນະເປ່ເພ 11,642 ຄັນ. ມູນຄ່າຄວາມເສຍຫາຍທັງໝົດ ຫລາຍກວ່າ 101 ຕື້ກີບ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply