ຕໍາຫຼວດນະຄອນຫຼວງວຽງຈັນ ຈັບເປົ້າໝາຍກໍ່ເຫດຍິງກັນຢູ່ເຂດຮ້ານບັນເທີງແຫ່ງໜື່ງ ຢູ່ບ້ານປາກທ້າງ, ເມືອງສີໂຄດຕະບອງ ໃນຄືນວັນທີ 22 ເມສາ 2026 ທີ່ຜ່ານມາ.
ອີງຕາມໜັງສືພິມຄວາມສະຫງົບລາຍງານວັນທີ 4 ພຶດສະພາ 2026 ນີ້ວ່າ: ເຫດການຍີງກັນເກີດຂື້ນ
ເວລາ 22:30 ໂມງ. ພາຍຫຼັງເກີດເຫດການດັ່ງກ່າວ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປກສ ມືອງສີໂຄດຕະບອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ເກີດເຫດຕົວຈິງ ພົບເຫັນກະສອບລູກປືນຈໍານວນຫຼາຍ, ລົດໃຫຍ່ເສຍຫາຍ 9 ຄັນ, ພາຍຫຼັງລົງກວດກາສະຖານທີ່ຕົວຈິງ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກໍານົດເປົ້າໝາຍຜູ້ກໍ່ເຫດໃນຄັ້ງນີ້.
ຜ່ານການສືບສວນ ແລະ ຕິດຕາມ ຂອງເຈົ້າໜ້າທີ່ ມາໃນວັນທີ 23 ເມສາ 2026 ຈຶ່ງສາມາດກັກຕົວຜູ້ກໍ່ເຫດໄດ້ ຈໍານວນ 3 ຄົນ ທັງສາມແມ່ນນັກທຸລະກິດຈີນ ປັດຈຸບັນພັກເຊົາຢູ່ບ້ານສະພັງໝໍ້ ເມືອງໄຊເສດຖາ ແລະ ພັກເຊົາຢູ່ໂຮງແຮມ ເຂດບ້ານໜອງສະໂນຄໍາ ເມືອງສີໂຄດຕະບອງ ພ້ອມທັງລົດໃຫຍ່ 1 ຄັນ ແລະ ໄດ້ກວດຄົ້ນສະຖານທີ່ພັກຂອງພວກກ່ຽວ ພົບເຫັນຂອງກາງປືນ 9 ກະບອກ. ໃນນີ້, ປືນຍາວ 5 ກະບອກ, ປືນສັ້ນ 4 ກະບອກ ພ້ອມລູກປືນ ເທົ່າກັບ 500 ລູກ ແລະ ຢາໄອສ໌ ຈໍານວນ 137 ຖົງນ້ອຍ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດຂອງກາງຈໍານວນດັ່ງກ່າວມາດໍາເນີນຄະດີຕາມລະບຽບກົດໝາຍ.
ປັດຈຸບັນ ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ກຳລັງສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂະບວນການຂອງກົດໝາຍຕໍ່ໄປ.
ຂ່າວ: ພ້ອມພົງ
ພາບ: ຄວາມສະຫງົບ

