ຖ້ຳຈອມອອງ ເປັນໜຶ່ງ ໃນສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງຂອງເມືອງໄຊ

ຖ້ຳຈອມອອງ ເປັນໜຶ່ງ ໃນສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງຂອງເມືອງໄຊ

ຖ້ຳຈອມອອງ ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວ ທາງທຳມະຊາດ ມີຄວາມສວຍງາມເປັນເລີດ ທີ່ທຳມະຊາດສ້າງຂຶ້ນ, ຊຶ່ງຕັ້ງຢູ່ເມືອງໄຊ ແຂວງ ອຸດົມໄຊ, ເມື່ອບໍ່ດົນມານີ້ ໄດ້ເປີດບໍລິການຢ່າງເປັນທາງການໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ດ້ານການທ່ອງທ່ຽວ ຫາ ຖ້ຳຈອມອອງ ໄລຍະທີ 1, ຊຶ່ງປະກອບມີ: ລານຈອດລົດຢູ່ບໍລິເວນຖ້ຳຈອມ ອອງ,  ຮ້ານຂາຍເຄື່ອງຜະລິດຕະພັນຊາວບ້ານ, ຫ້ອງນ້ຳສາທາລະນະ, ຫ້ອງຂໍ້ມູນຂ່າວສານ ທ່ອງທ່ຽວ, ທາງຍ່າງຂັ້ນໄດຫາຖ້ຳຈອມອອງ, ທາງຍ່າງເບຕົງ 800 ແມັດ, ຕິດຕັ້ງລະບົບໄຟເຍືອງທາງພາຍໃນຖ້ຳ ແລະ ອື່ນໆ,
ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ປອ. ຄຳພັນ ເຜີຍຍະວົງ ເລາທິການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ແຂວງ ອຸດົມໄຊ ກຳລັງພັດທະນາສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເຊິ່ງໄດ້ຮັບທຶນກູ້ຢືມຈາກທະນາຄານອາຊີ (ADB) ໃນການພັດທະນາເສັ້ນທາງເຂົ້າເຖິງ ແລະ ສິ່ງອຳນວຍຄວາມສະດວກພາຍໃນບໍລິເວນຖ້ຳ, ມູນຄ່າຫຼາຍກວ່າ 108 ຕື້ກີບ (13 ລ້ານໂດລາສະຫະລັດ), ຊຶ່ງປະກອບມີ 2 ໄລຍະ ເຊັ່ນ: ໂຄງການໄລຍະທີ 1 ປະກອບມີ ເສັ້ນທາງປູຍາງ ແຕ່ບ້ານ ຫ້ວຍອຸ່ນ-ຖ້ຳຈອມອອງມີຄວາມຍາວ 40 ກິໂລແມັດ ແລະ ສິ່ງອຳນວຍຄວາມສະດວກພາຍໃນຖ້ຳ, ບໍລິເວນນອກຖ້ຳ ແລະ ອື່ນໆ ແລະ ໂຄງການໄລຍະ 2 ແມ່ນກໍ່ສ້າງທາງປູຍາງ ແຕ່ບ້ານ ນ້ຳບໍຕາໄກ່ (ເສັ້ນທາງ 13 ເໜືອ ກິໂລແມັດທີ 24) ຫາບ້ານຈອມອອງ ເຊີ່ງມີໄລຍະທາງ 16 ກິໂລແມັດ, ຄາດວ່າຈະສຳເລັດໃນເດືອນເມສາ 2021 ນີ້.
ຖ້ຳຈອມອອງ ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງ ອຸດົມໄຊ ເຊິ່ງປະກອບດ້ວຍສີສັນຕ່າງໆແບບທຳມະຊາດທີ່ອັດສະຈັນ, ມີຫຼາຍຮູເຂົ້າ-ອອກ ເຊິ່ງມີຄວາມຍາວທັງໝົດປະມານ 16 ກວ່າກິໂລແມັດ, ຄວາມກວ້າງຂອງຖ້ຳ ປະມານ 15-50 ແມັດ ແລະ ຄວາມສູງປະມານ 25-100 ແມັດ, ຢູ່ພາຍໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍທີ່ມີລວດລາຍສວຍງາມ, ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກ ໄຟຟ້າແສນສວຍງາມ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply