ຜູ້ສໍາປະທານຖໍ້ານາງແອ່ນ ທີ່ເມືອງທ່າແຂກ ແຂວງຄໍາມ່ວນລົງທຶນເບື້ອງຕົ້ນປະມານ 1 ລ້ານ ໂດລາ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ສິ່ງຄວາມອໍານວຍຄວາມສະດວກຕ່າງໆເພື່ອໃຫ້ແທດເໝາະກັບສະພາບໃນປັດຈຸບັນ ຫຼື ໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດໃນຍຸກລາວທ່ຽວລາວ ໂດຍຈະມີການເປີດຄືນໃໝ່ໃນຕົ້ນປີ 2021 ທີ່ຈະມາເຖິງນີ້.
ຜູ້ສໍາປະທານຖໍ້ານາງແອ່ນ, ທ່ານ ເຂັມເພັດ ແກ້ວເພຍຈັນ ໄດ້ກ່າວກ່ຽວກັບການລົງທຶນພັດທະນາຖໍ້ານາງແອ່ນຄືນໃໝ່ວ່າ: ສະຖານທີ່ທ່ອງທ່ຽວຖໍ້ານາງແອ່ນ ກໍ່ບໍ່ຕ່າງຫຍັງກັບແຫຼ່ງທ່ອງທ່ຽວອື່ນໆທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງຈໍານວນນັກທ່ອງທ່ຽວໄດ້ຫຼຸດລົງຫຼາຍກວ່າ 50%. ການລົງທຶນພັດທະນາໃໝ່ນີ້ແມ່ນຈະເພີ່ມກິດຈະກໍາທ່ອງທ່ຽວລວມມີການຂີ່ສະລິງຊົມທໍາມະຊາດ, ການປູກຕົ້ນໄມ້ປະດັບ, ໝາກໄມ້ໃຫ້ໝາກ, ລ້ຽງສັດ ແລະ ຈະສ້າງເຮືອນພັກໃຫ້ນັກທ່ອງທ່ຽວໄດ້ມານອນພັກຜ່ອນທ່າມກາງທໍາມະຊາດຢູ່ເຂດປາກຖໍ້າໃນອະນາຄົດ.
ທ່ານ ເຂັມເພັດ ໄດ້ກ່າວຕື່ມວ່າ: ຖໍ້ານາງແອ່ນເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ໄດ້ເປີດບໍລິການນັບແຕ່ປີ 1991 ເປັນຕົ້ນມາ ພາຍໃນຖໍ້າມີຫີນງອກ, ຫີນຍ້ອຍ ທີ່ມີລວດລາຍຕ່າງໆນາໆ ແລະ ຄວາມງາມທໍາມະຊາດພາຍໃນຖໍ້າ, ສຶກສາປະຫວັດສາດທ້າວຊຽງລຽບ ແລະ ນາງແອ່ນ, ຂີ່ເຮືອລອດຖໍ້າ ແລະ ເລາະຊົມເມືອງບາດານ ນອກນັ້ນຢູ່ບໍລິເວນຖໍ້າເຕັມໄປດ້ວຍພູຜາປ່າໄມ້ ຊຶ່ງສິ່ງສໍາຄັນຢູ່ບໍລິເວນຖໍ້າຈະມີກິ່ນອາຍຂອງອາກາດບໍລິສຸດເໝາະສົມສຳລັບຄົນທີ່ຈະມາພັກຜ່ອນ.
ຂໍ້ມູນ: ຈັນທະລອນ

