ການເປີດສາຍການບິນ ຫຼື ຖ້ຽວບິນ ຮົງກົງ – ປາກເຊ – ຮົງກົງເປັນອີກຊ່ອງທາງໜຶ່ງເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນໃຫ້ມາທ່ຽວປະເທດລາວ ເວົ້າລວມ, ເວົ້າສະເພາະມາທ່ຽວຊົມແຫຼ່ງທ່ອງທ່ຽວຢູ່ແຂວງຈໍາປາສັກ.
ພິທີເປີດຖ້ຽວບິນປະຖົມມະລຶກ ຮົງກົງ – ປາກເຊ – ຮົງກົງ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ສະໜາມບິນ ນະຄອນ ປາກເຊ ແຂວງຈໍາປາສັກ ໂດຍການຮ່ວມເປີດຖ້ຽວບິນດັ່ງກ່າວຂອງທ່ານ ປອ.ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ,ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພິມພອນ ພັນດານຸວົງ ຄະນະປະຈໍາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ປອ.ສິດທິພອນ ບຸດຕິວົງ ກໍາມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ທອມມີ ເຈີ່ນ ປະທານບໍລິສັດ ທ່ອງທ່ຽວ ສີທັນດອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອມມີ ເຈີ່ນ ປະທານບໍລິສັດ ທ່ອງທ່ຽວ ສີທັນດອນ ໄດ້ກ່າວໃນພິທີວ່າ: ຖ້ຽວບິນຮົງກົງ – ປາກເຊ – ຮົງກົງ ມີ 2 ຖ້ຽວ/ອາທິດ, ຈາກປາກເຊ – ຮົງກົງ ມີວັນສຸກ ເເລະ ວັນຈັນ ຖ້ຽວບິນ HB2527, ອອກເດີນທາງເວລາ 02:50 ໂມງ – 05:55 ໂມງ. ຮົງກົງ – ປາກເຊ ມີວັນພະຫັດ ແລະ ວັນທິດ, ຖ້ຽວບິນHB2526, ອອກເດີນທາງເວລາ 23:15 ໂມງ – 00:50 ໂມງ ດ້ວຍເຮືອບິນ ໂບອິ້ງ 737, ສາມາດບັນຈຸຜູ້ໂດຍສານໄດ້ 180 ຄົນ/ຖ້ຽວ.ຈຸດປະສົງຕົ້ນຕໍ ກໍເພື່ອຊຸກຍູ້ການທ່ອງທ່ຽວ ຢູ່ແຂວງຈຳປາສັກ ທັງເປັນການເປີດປະຕູສູ່ໂອກາດໃໝ່ໃນການເຊື່ອມໂຍງເສດຖະກິດ ຕິດພັນກັບການເຊື່ອມໂຍງຕະຫຼາດ ແລະ ນັກລົງທຶນຈາກຕ່າງປະເທດມາທ່ຽວຊົມແຂວງຈຳປາສັກ ໃຫ້ນັບມື້ຫຼາຍຂຶ້ນ.
ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ທູນທອງໃຈ

