ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຂັ້ນເມືອງ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຄຳ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການ ຝຶກອົບຮົມເຜີຍແຜ່ວິທີປ້ອງກັນ ການລະບາດພະຍາດໂຄວິດ-19 ໃຫ້ແກ່ຊຸມຊົນ ຢູ່ທີ່ບ້ານ ໂພນໂຮມ, ເມືອງຄຳ, ແຂວງຊຽງຂວາງ, ຫວ່າງບໍ່ດົນມານີ້.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນແນໃສ່ໂຄສະນາກ່ຽວກັບສາເຫດທີ່ພາໃຫ້ເກີດພະຍາດໂຄວິດ-19 ແລະ ເສັ້ນທາງທີ່ສາມາດຕິດເຊື້ອພະຍາດໂຄວິດ, ວິທີການປ້ອງກັນ, ການຮັກສາຄວາມສະອາດ, ກິນສະອາດ ແລະ ຢູ່ສະອາດ, ພ້ອມກັນນັ້ນ ຍັງໄດ້ຮຽນຮູ້ວິທີຜະລິດຜ້າອັດປາກ ດ້ວຍຕົວເອງ ເພື່ອ ປ້ອງກັນພະຍາດໂຄວິດ-19.
ປະຈຸບັນ ຢູ່ບັນດາປະເທດໃກ້ຄຽງມີການຕິດເຊື້ອພະຍາດໂຄວິດ- 19 ເພີ່ມຂຶ້ນຫຼາຍ, ສະນັ້ນ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນເມືອງ ຮ່ວມກັບ ຫ້ອງການວິຊາການທີ່ກ່ຽວຂ້ອງຂັ້ນເມືອງເຊັ່ນ: ຫ້ອງການສາທາລະນະສຸກ, ສະຫະພັນແມ່ຍິງລາວ ແລະ ຫ້ອງການສຶກສາ ແລະ ກິລາ, ສະເພາະ ເນັ້ນໃສ່ບ້ານທີ່ມີທີ່ຕັ້ງລຽບຕາມຊາຍແດນກ່ອນໝູ່ເປັນພິເສດ ຢູ່ 10 ແຂວງ (ຜົ້ງສາລີ, ຫຼວງນໍ້າທາ,ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ພວມຂຸ້ນຂ້ຽວດໍາເນີນ ຝຶກອົບຮົມວິທີປ້ອງກັນ ການລະບາດພະຍາດໂຄວິດ -19 ທີ່ຍັງຂາດຄວາມຮູ້, ຄວາມເຂົ້າໃຈ ແລະ ຂາດອຸປະກອນເຄື່ອງມື ເພື່ອປ້ອງກັນ ພະຍາດໂຄວິດ 19.
ພາຍໃຕ້ການຮ່ວມມມື ແລະ ປະສານງານກັບ ກະຊວງສາທາລະນະສຸກ, ກິດຈະກໍາຫຼັກ ແມ່ນເລັງໃສ່ການປູກຈິດສໍານຶກ, ສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ, ຜະລິດເຄື່ອງມື ໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະບາດໃນເບື້້ອງຕົ້ນ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ນັກຮຽນ, ນັກສຶກສາ ຢູ່ໂຮງຮຽນສາມັນ ແລະ ວິຊາຊີບຕ່າງໆ ແລະ ຮຽນຮູ້ວິທີຜະລິດຜ້າອັດປາກ ໂດຍການນໍາໃຊ້ວັດຖຸທ້ອງຖິ່ນ ທີ່ຊຸມຊົນສາມາດຈັດຊື້ຈັດຫາໄດ້ດ້ວຍກໍາລັງແຮງທີ່ຕົນເອງມີ.
ຂໍ້ມູນ: ທລຍ

