ທລຍ ເຜີຍແຜ່ວິທີປ້ອງກັນພະຍາດ ໂຄວິດ-19  ໃຫ້ຊຸມຊົນ ໃນ 15 ບ້ານ ແຂວງຜົ້ງສາລີ

ທລຍ ເຜີຍແຜ່ວິທີປ້ອງກັນພະຍາດ ໂຄວິດ-19 ໃຫ້ຊຸມຊົນ ໃນ 15 ບ້ານ ແຂວງຜົ້ງສາລີ

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງບຸນໃຕ້ ແຂວງຜົ້ງສາລີ ສົມທົບກັບພະນັກງານຈາກຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ສໍາເລັດການຝຶກອົບຮົມເຜີຍແຜ່ວິທີປ້ອງກັນ ການລະບາດພະຍາດໂຄວິດ-19 ໃຫ້ແກ່ຊຸມຊົນ ໃນ 15 ບ້ານ ເມືອງບຸນໃຕ້ ແຂວງຜົ້ງສາລີ, ຫວ່າງບໍ່ດົນມານີ້.

ການຝຶກອົບຮົມວິທີປ້ອງກັນພະຍາດໂຄວິດ-19 ດັ່ງກ່າວ ເນັ້ນໃສ່ໂຄສະນາກ່ຽວກັບສາເຫດທີ່ພາໃຫ້ເກີດພະຍາດໂຄວິດ-19, ໃຫ້ຄວາມຮູ້ດ້ານການປ້ອງກັນພະຍາດ, ກິນສະອາດ, ຢູ່ສະອາດ ແລະ ແນະນໍາວິທີແກ້ໄຂບັນຫາຂັ້ນຕົ້ນໃນກໍລະນີເກີດພະຍາດລະບາດຢູ່ພາຍໃນບ້ານ, ພ້ອມກັນນັ້ນ ຍັງໄດ້ຮຽນຮູ້ວິທີຜະລິດຜ້າອັດປາກ ອັດດັງດ້ວຍຕົນເອງ ເພື່ອ ປ້ອງກັນພະຍາດໂຄວິດ-19, ໂດຍມີຜູ້ເຂົ້າຮ່ວມທັງໝົດ 760 ຄົນ, ຍິງ 494 ຄົນ.

ປະຈຸບັນ ບັນດາປະເທດໃກ້ຄຽງມີການຕິດເຊື້ອພະຍາດໂຄວິດ- 19 ເພີ່ມຂຶ້ນຫຼາຍ, ສະນັ້ນ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນເມືອງ ຮ່ວມກັບ ຫ້ອງການວິຊາການທີ່ກ່ຽວຂ້ອງຂັ້ນເມືອງເຊັ່ນ: ຫ້ອງການສາທາລະນະສຸກ, ສະຫະພັນແມ່ຍິງລາວ ແລະ ຫ້ອງການສຶກສາ ແລະ ກິລາ, ໂດຍສະເພາະ ເນັ້ນໃສ່ບ້ານທີ່ມີທີ່ຕັ້ງລຽບຕາມຊາຍແດນກ່ອນໝູ່ເປັນພິເສດ ຢູ່ 10 ແຂວງ (ຜົ້ງສາລີ, ຫຼວງນໍ້າທາ,ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ພວມຂຸ້ນຂ້ຽວດໍາເນີນ ການຝຶກອົບຮົມວິທີປ້ອງກັນ ການລະບາດຂອງພະຍາດໂຄວິດ -19.

ຂໍ້ມູນ: ທລຍ

Related Articles

Leave a Reply