ທລຍ ເມືອງວຽງພູຄາ ເຜີຍແຜ່ວຽກງານປ້ອງກັນພະຍາດໂຄວິດ-19

ທລຍ ເມືອງວຽງພູຄາ ເຜີຍແຜ່ວຽກງານປ້ອງກັນພະຍາດໂຄວິດ-19

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ຮ່ວມກັບຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພະນັກງານ ທລຍ ຂັ້ນບ້ານ ໄດ້ຈັດຝຶກອົບຮົມວິທີປ້ອງກັນພະຍາດໂຄວິດ-19 ແລະ ແນະນໍາວິທີແກ້ໄຂບັນຫາຂັ້ນຕົ້ນໃນກໍລະນີ ເກີດພະຍາດລະບາດຢູ່ພາຍໃນບ້ານເປົ້າໝາຍຈໍານວນ 15 ບ້ານ, ຊຶ່ງມີຜູ້ເຂົ້າຮ່ວມທັງຫມົດ 1.035 ຄົນ, ຍິງ 882 ຄົນ, ຫວ່າງບໍ່ດົນມານີ້.
ພ້ອມກັນນັ້ນ ຍັງໄດ້ຮຽນຮູ້ວິທີຫຍີບຜ້າອັດປາກ-ດັງ, ການຜະລິດເຈວລ້າງມື ແລະ ຜະລິດນໍ້າຢາຂ້າເຊື້ອພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນດ້ວຍຕົນເອງອີກດ້ວຍ, ໂດຍການສະໜັບສະໜູນທຶນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).
 ທລຍ ເມືອງວຽງພູຄາ ຍັງຈະສືບຕໍ່ຈັດການຝຶກອົບຮົມດັ່ງກ່າວໃຫ້ອີກ 8 ບ້ານ, ຄາດວ່າຈະມີຜູ້ເຂົ້າຮ່ວມ 670 ຄົນ, ຍິງ 455 ຄົນ ແລະ ໂຮງຮຽນ 1 ແຫ່ງ ພາຍໃນກາງເດືອນກຸມພາ 2021 ທີ່ຈະມາເຖິງນີ້.

ຂໍ້ມູນ: ທລຍ

Related Articles

Leave a Reply