ທະນາຄານພັດທະນາອາຊີ (ADB) ສືບຕໍ່ອະນຸມັດເງິນກູ້ຢືມໃຫ້ແກ່ ສປປ ລາວ ປະມານ 179,98 ຕື້ກີບ (20 ລ້ານໂດລາ) ເພື່ອຕ້ານການ ລະບາດພະຍາດໂຄວິດ-19 ໂດຍ ຈະນໍາໃຊ້ເງິນດັ່ງກ່າວໄປຈັດຊື້ອຸປະກອນ ຫຼື ຊຸດປ້ອງກັນການ ຕິດເຊື້ອຈາກພະຍາດໂຄວິດໃຫ້ທີມງານແພດໝໍ, ອຸປະກອນຮັບໃຊ້ໃນຫ້ອງທົດລອງ, ຊຸດເຄື່ອງກວດ, ອຸປະກອນການ ແພດ, ລົດຮັບ-ສົ່ງຄົນເຈັບ, ການສະໜອງອຸປະກອນເຄື່ອງມື ແລະ ການຝຶກອົບຮົມໃຫ້ພະນັກ ງານສາທາລະນະສຸກ ທີ່ມີຄວາມສ່ຽງໃນການເຮັດວຽກ ເພື່ອປ້ອງກັນການຕິດເຊື້ອຈາກພະຍາດດັ່ງກ່າວ ໃນຫ້ອງທົດລອງ ແລະ ການປິ່ນປົວໃນໂຮງໝໍ. ນອກນັ້ນເງິນກູ້ຢືມດັ່ງກ່າວຍັງຈະ ຊ່ວຍດ້ານລາຍຈ່າຍຂອງລັດຖະ ບານໃນການຕາມຫາຜູ້ທີ່ພົວພັນ ກັບກໍລະນີຕິດເຊື້ອພະຍາດດັ່ງກ່າວ.
ພິທີລົງນາມກູ້ຢືມເງິນດັ່ງກ່າວໄດ້ຈັດຂຶ້ນໃນບໍ່ດົນມານີ້ທີ່ນະຄອນຫຼວງວຽງຈັນ ຕ່າງໜ້າລັດຖະບານລາວ ເຊັນໂດຍທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະ ຜູ້ຕາງໜ້າສຳນັກງານ ADB ປະຈໍາ ສປປ ລາວ ໂດຍທ່ານ ຢະຊູຊິ ເນກິຊິ.
ເງິນກູ້ຢືມດັ່ງກ່າວ ເປັນການສະໜອງເພີ່ມຕື່ມໃຫ້ບ້ວງເງິນກູ້ ແລະ ທຶນຊ່ວຍເຫຼືອລ້າມູນຄ່າ 12 ລ້ານໂດລາ ທີ່ໄດ້ສະໜອງໄປແລ້ວ ກ່ອນໜ້ານີ້ ໃຫ້ໂຄງການປະກັນສຸຂະພາບອະນຸພາກພື້ນແມ່ນໍ້າຂອງທີ່ກຳລັງຈັດຕັ້ງປະຕິບັດຢູ່ ສປປ ລາວ.
ຂ່າວ: ວຽງຈັນທາຍ

