ທະຫານຊາຍແດນ 121 ຈັບຜູ້ຕ້ອງຫາ 3 ຄົນ ພ້ອມຂອງກາງສານຢາເສບຕິດນໍ້າໜັກ  7. 250 ກິໂລ ຢູ່ ແຂວງບໍ່ແກ້ວ

ທະຫານຊາຍແດນ 121 ຈັບຜູ້ຕ້ອງຫາ 3 ຄົນ ພ້ອມຂອງກາງສານຢາເສບຕິດນໍ້າໜັກ 7. 250 ກິໂລ ຢູ່ ແຂວງບໍ່ແກ້ວ

ທະຫານຊາຍແດນ 121 ທີ່ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວໄດ້ອອກລາຕະເວນ ຕາມຊາຍແດນລາວ-ມຽນມາ ໃນວັນທີ 4 ທັນວາ 2020 ທີ່ຜ່ານມາພາຍຫຼັງທີ່ໄດ້ຮັບລາຍງານຈາກ ຄະນະສະເພາະກິດກອງບັນຊາການທະຫານແຂວງ ບໍ່ແກ້ວວ່າຈະມີການຂົນສານຢາເສບຕິດ ມາຈາກ ປະເທດເພື່ອບ້ານເຂົ້າມາ ສປປ ລາວ, ຕໍ່ມາໃນເວລາປະມານ 23 ໂມງ 00 ນາທີ ໄດ້ພົບເຫັນເຮືອບັນທຸກສິນຄ້າຕ້ອງສົງໄສຈອດຢູ່ເຂດບ້ານ ປຸງເລາະ ເມືອງເມິງ ແຂວງບໍ່ແກ້ວ ດັ່ງນັ້ນອ້າຍນ້ອງທະຫານ ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນ ແລະ ໄດ້ພົບເຫັນແປ້ງຝຸ່ນສີຂາວ (ຄາເຟອິນ) ທີ່ບັນຈຸຢູ່ໃນເປົາຈໍານວນ 290 ເປົາ ໜັກ 7. 250 ກິໂລ ພ້ອມທັງກັກຕົວຜູ້ຕ້ອງຫາໄດ້ 3 ຄົນ ທີ່ຢູ່ໃນເຮືອລໍາດັ່ງກ່າວ.
ຜູ້ຕ້ອງຫາ 3 ຄົນ ຊື່ທ້າວ ນວນ ອາຍຸ 32 ປີ ອາຊີບ ເຮັດນາ, ທ້າວ ໜານມາ ອາຍຸ 35 ປີ, ອາຊີບ ເຮັດນາ, ທ້າວ ອິນ ອາຍຸ 65 ປີ ອາຊີບ ຂັບເຮືອ ຊຶ່ງທັງ 3 ຄົນເປັນຄົນສັນຊາດມຽນມາ, ຊົນເຜົ່າລື້, ຢູ່ບ້ານ ຊຽງລາບ ເມືອງ ຊຽງລາບ ແຂວງທ່າຂີ້ເຫຼັກ.
ປັດຈຸບັນນີ້ເຈົ້າໜ້າທີ່ໄດ້ມອບຂອງກາງ ແລະ ຜູ້ຕ້ອງຫາ ໃຫ້ເຈົ້າໜ້າທີ່ ຕຳຫຼວດແຂວງບໍ່ແກ້ວ ເພື່ອດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ-ພັກພວກທີ່ຮ່ວມຂະບວນການຄ້າ-ຂາຍໃນຄັ້ງນີ້.

ພາບ-ຂ່າວ: ສົມໄຊ ສີລາຈັນ.

Related Articles

Leave a Reply