ທີມຊາດລາວ U17 ປີ ອາດເປັນເຈົ້າອາຊຽນ 2026

ທີມຊາດລາວ U17 ປີ ອາດເປັນເຈົ້າອາຊຽນ 2026

ວິນາທີນີ້ສາມາດເປັນໄປໄດ້, ທີມຊາດລາວ U17 ປີ ອາດເປັນມ້າມືດຄອງເຈົ້າອາຊຽນ 2026 ຫຼື ອາດຄວ້າແຊ້ມໃນການແຂ່ງຂັນກິລາບານເຕະ U17 ປີ ຊີງແຊ້ມອາຊຽນ ປະຈຳປີ 2026 ທີ່ປະເທດອິນໂດເນເຊຍ ເພາະເຈົ້າອາຊຽນຢ່າງ ຊ້າງສຶກ ຫຼື ທີມຊາດໄທU17 ປີ, ທີມຊາດລາວ U17 ປີ ກໍເອົາຊະນະມາແລ້ວທັງທີ່ທີມຊາດໄທຂຶ້ນນໍາໄປກ່ອນເຖິງສອງຄັ້ງ.

ທີມຊາດລາວ U17 ປີ ຢູ່ກຸ່ມ B ລວມມີ ທີມຊາດມຽນມາ, ທີມຊາດຟີລິບປິນ, ທີມຊາດໄທ ແລະ ທີມຊາດລາວ ຜ່ານການແຂ່ງຂັນ 3 ນັດຜ່ານມາ, ທີມຊາດລາວ U17ປີ ສະເໝີກັບທີມຊາດມຽນມາ 0:0, ຊະນະທີມຊາດຟີລິບປິນ 4:3 ແລະ ຊະນະທີມຊາດໄທ 3:2 ເປັນແຊ້ມຂອງກຸ່ມ ມີ 7 ຄະແນນ ຜ່ານເຂົ້າຮອບຮອງຊະນະເລີດພົບກັບທີມຊາດມາເລເຊຍ ທີ່ຈະມີການແຂ່ງຂັນໃນມື້ວັນພຸດທີ 22 ເມສາ2026 ນີ້ ຫຼື ມື້ອື່ນ ເວລາ 13:30 ທີ່ ສະໜາມ Gelora Delta Stadium ປະເທດອິນໂດເນເຊຍ ແລະ ຄູ່ທີ່ສອງມີການແຂ່ງຂັນໃນວັນດຽວກັນ, ທີມຊາດຫວຽດນາມ U17 ປີ ຈະພົບກັບ ທີມຊາດອົດສະຕຣາລີ ໃນເວລາ 18:30.

ຖ້າຫາກທີມຊາດລາວ U17 ປີ ສາມາດເອົາຊະນະທີມຊາດມາເລເຊຍໄດ້ ກໍຈະເຂົ້າໄປລໍຊີງຊະນະເລີດພົບກັບທີມໃດທີມໜຶ່ງຂອງຄູ່ທີສອງ.

ມາລຸ້ນ, ຮັບຊົມ ແລະ ເຊຍທີມຊາດລາວ U17 ປີ ໃນມື້ອື່ນນໍາກັນ.

ການແຂ່ງຂັນກິລາບານເຕະ U17 ປີ ຊີງແຊ້ມອາຊຽນ ປະຈຳປີ 2026 ນີ້ໂດຍແມ່ນປະເທດອິນໂດເນເຊຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 11-24 ເມສາ 2026 ນີ້.

ສໍາລັບ ການແຂ່ງຂັນລາຍການນີ້ ແມ່ນຄັດເອົາອັນດັບທີ 1 ຂອງແຕ່ລະກຸ່ມ 3 ກຸ່ມເປັນ 3 ທີມ ແລະ ເອົາອັນດັບ 2 ທີ່ດີທີ່ສຸດ 1 ທີມ ເຂົ້າຮອບ 4 ທີມສຸດທ້າຍ ເຊິ່ງມີ 12 ຊາດເຂົ້າຮ່ວມດັ່ງນີ້: ກຸ່ມ A: ອິນໂດເນເຊຍ ເຈົ້າພາບ, ຫວຽດນາມ, ມາເລເຊຍ ແລະ ຕີມໍ ເລສເຕ; ກຸ່ມ B: ໄທ, ລາວ, ມຽນມາ ແລະ ຟິລິບປິນ ແລະ ກຸ່ມ C: ອົດສະຕຣາລີ, ກໍາປູເຈຍ, ສິງກະໂປ ແລະ ບຣູໄນ.

ຂ່າວ: ວຽງຈັນທາຍ

ພາບ: ສະຫະພັນບານເຕະແຫ່ງຊາດລາວ

Related Articles

Leave a Reply