ການເຕະບານຊິງຂັນປະທານປະເທດເພື່ອ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໄດ້ສຳເລັດລົງແລ້ວ ເມື່ອວັນທີ 21 ພະຈິກ 2020 ທີ່ຜ່ານມາ ໂດຍທີ່ທີມເຕະບານຊາຍແຂວງຈໍາປາສັກໄດ້ຄອງຂັນຊະນະເລີດ ໂດຍການເອົາຊະນະທີມເຕະບານຊາຍຫຼວງພະບາງໄປ 3:2 ດ້ວຍການເຕະຈຸດໂທດ. ແຕ່ປະເດັນທີ່ກອງເຊຍ ຫຼື ຊາວນະຄອນຫຼວງຂ້ອງໃຈນັ້ນ ບໍ່ແມ່ນຄູ່ນີ້ ແຕ່ແມ່ນການແຂ່ງຂັນຮອບຮອງຊະນະເລີດລະຫວ່າງທີມເຕະບານຊາຍນະຄອນຫຼວງວຽງຈັນ ແລະ ທີມເຕະບານຊາຍແຂວງຈໍາປາສັກ ຊຶ່ງຜົນການແຂ່ງຂັນປະກົດວ່າທີມເຕະບານຊາຍແຂວງຈໍາປາສັກສາມາດເອົາຊະນະທີມນະຄອນຫຼວງວຽງຈັນໄປໄດ້ 2:1 ທັງໆທີ່ທີມນະຄອນຫຼວງໄດ້ປະຕູ ນຳໄປກ່ອນ ແລະ ຜູ້ຫຼິ້ນຂອງທີມນະຄອນຫຼວງສ່ວນຫຼາຍແມ່ນທີມຊາດ.
ທ່ານວັນນາກອງເຊຍທີມເຕະບານນະຄອນຫຼວງກໍ່ເປັນຜູ້ໜຶ່ງທີ່ຜິດຫວັງກັບການແຂ່ງຂັນນັດດັ່ງກ່າວ ໂດຍໄດ້ກ່າວຕໍ່ທີມງານວຽງຈັນທາຍວ່າ: ຜິດຫວັງຫຼາຍກັບເກມການແຂ່ງຂັນເຕະບານລະຫວ່າງທີມນະຄອນຫຼວງທີ່ເສຍໃຫ້ທີມເຕະບານແຂວງຈໍາປາສັກໄປ 1:2 ຍ້ອນວ່າທີມນະຄອນຫຼວງສ່ວນຫຼາຍແມ່ນນັກເຕະທີມຊາດ, ນອກນັ້ນການທີ່ເສຍໃຫ້ທີມເຕະບານຕ່າງແຂວງມັນໄດ້ສະແດງອອກໃຫ້ເຫັນວ່າ ທີມເຕະບານທີມຊາດລາວ ບໍ່ມີການພັດທະນາ ແລະ ຈໍາເປັນຕ້ອງໄດ້ປັບປຸງຫຼາຍດ້ານ.
ທ່ານສຸລິດທີ່ເປັນກອງເຊຍທີມເຕະບານນະຄອນຫຼວງໄດ້ກ່າວຕໍ່ທີມງານວຽງຈັນທາຍເຊັ່ນກັນວ່າ: ການທີ່ທີມເຕະບານນະຄອນຫຼວງເສຍໃຫ້ທີມເຕະບານຈໍາປາສັກສ່ວນຕົວເຫັນວ່າຍ້ອນຜູ້ຫຼິ້ນຂອງນະຄອນຫຼວງຊຶ່ງສ່ວນຫຼາຍເປັນນັກເຕະທີມຊາດນັ້ນແມ່ນມີອາຍຸຫຼາຍແລ້ວ ເຮັດໃຫ້ການຫຼິ້ນມີຄວາມຊັກຊ້າ ແລະ ເມື່ອຍໄວ ຊຶ່ງມັນສະແດງອອກໃຫ້ເຫັນໄດ້ຢ່າງຊັດເຈນຄືໃນໄລຍະເຄີ່ງເວລາທຳອິດຂອງການແຂ່ງຂັນ, ທີມນະຄອນຫຼວງສາມາດຄອງເກມ ແລະ ສາມາດຍິງນໍາໄປກ່ອນ 1 ປະຕູຕໍ່ 0, ສ່ວນເຄີ່ງຫຼັງນັ້ນເຫັນໄດ້ຢ່າງຊັດເຈນວ່າທີມນະຄອນຫຼວງມີການຫຼິ້ນທີ່ຊັກຊ້າລົງຈົນເຮັດໃຫ້ທີມຈຳປາສັກສາມາດຍິງປະຕູຕີສະເໝີ 1:1 ກ່ອນທີ່ຈະຍິງໄດ້ອີກນໍາໄປ 2:1 ແລະ ຊະນະທີມນະຄອນຫຼວງໄປໃນເກມນີ້.
ຂ່າວ: ວຽງຈັນທາຍ

