ສະຫະພັນບານເຕະແຫ່ງຊາດລາວ ກຽມເຂົ້າຮ່ວມງານຈັບສະຫຼາກ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ແລະ ຮຸ່ນອາຍຸບໍ່ເກີນ 16 ປີ, ເຊິ່ງຈະຈັດຂຶ້້ນໃນວັນທີ 18 ມິຖູນາ 2020 ຢູ່ທີ່ສຳນັກງານສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ.
ອີງຕາມຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ: ວັນທີ 08 ພຶດສະພາ 2020 ສະຫະພັນບານເຕະອາຊີ ໄດ້ເຮັດໜັງສືແຈ້ງມາຍັງບັນດາ ສະຫະພັນບານເຕະ ປະເທດຕ່າງໆ ທີ່ຜ່ານເຂົ້າຮອບສຸດທ້າຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຈັດຂຶ້ນລະຫວ່າງ ວັນທີ 14-31 ຕຸລາ 2020 ຢູ່ປະເທດອຸເບກິສຖານ ແລະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ຈັດຂຶ້ນລະຫວ່າງ 16 ກັນຍາ ຫາ ວັນທີ 3 ຕຸລາ 2020 ຢູ່ປະເທດບາເຣນ.
ສຳລັບ 16 ທີມທີ່ຜ່ານເຂົ້າຮອບສຸດທ້າຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ປະກອບມີ: ອີຣັກ, ກາຕ້າ, ທາຈີກິສຖານ, ອີຣານ, ບາເຣນ, ຊາອຸດິ ອາຣັບບີ, ມາເລເຊຍ, ອົດສະຕຣາລີ, ສ.ເກົາຫລີ, ຍີ່ປຸ່ນ, ອິນໂດເນເຊຍ, ລາວ, ຫວຽດນາມ, ເຢເມນ, ກຳປູເຈຍ ແລະ ອຸເບກິສຖານ (ເຈົ້າພາບ).
ສ່ວນຜົນງານທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນ ຜ່ານເຂົ້າຮອບສຸດທ້າຍ ການແຂ່ງ ຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ໃນຖານະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ ເປັນຮອງແຊ້ມກຸ່ມ H, ລົງສະໜາມ 3 ນັດ ຊະນະ 2 ສະເໝີ 1 ມີ 7 ຄະແນນ (ສະເໝີ ອົດສະຕຣາລີ 2-2, ຊະນະ ໄຕ້ຫວັນ 2-1 ແລະ ຊະນະ ມາເກົ້າ 6-0).
ຂ່າວ: ວຽງຈັນທາຍ

