ປະຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ.
ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານທີ່ຕ່າງໆ ເປັນຕົ້ນ: ຫ້ອງການ, ສະຖານທີ່ສາທາລະນະ ແລະ ບ້ານເຮືອນຂອງໃຜລາວ ແລະ ອື່ນໆ ໄປຄຽງຄູ່ກັບການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 13 ກໍລະກົດ 2020 ວ່າ: ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນທັງໝົດ 3,089 ກໍລະນີແລ້ວ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 8 ຄົນ (ນະຄອນຫຼວງວຽງຈັນ 03 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ໄຊຍະບູລີ 01 ຄົນ ແລະ ຄຳມ່ວນ 01ຄົນ ແລະ ຊຽງຂວາງ 01 ຄົນ). ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 642 ກໍລະນີ, ແຂວງ ວຽງຈັນ 395 ກໍລະນີ, ບໍລິຄໍາໄຊ 358 ກໍລະນີ, ອັດຕະປື 351 ກໍລະນີ, ສະຫວັນນະເຂດ 394 ກໍລະນີ ແລະ ແຂວງອື່ນໆ.
ຂ່າວ: ວຽງຈັນທາຍ

